ການເຄື່ອນໄຫວສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ (20/10/1930-20/10/2017)

(VOVWORLD) - ວັນທີ 19 ຕຸລາ, ສະຫະພັນແມ່ຍິງແຂວງ ຫວີງລອງ ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ (20/10/1930-20/10/2017).
ການເຄື່ອນໄຫວສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ (20/10/1930-20/10/2017) - ảnh 1 ພາບປະກອບ

ຕອນເຊົ້າວັນທີ 20 ຕຸລາ, ສະຫະພັນແມ່ຍິງ ແຂວງ ກອນຕຸມ ໄດ້ສົມທົບກັນຄະນະຊາວໜຸ່ມ ແຂວງ ກອນຕຸມ ຍ້ອງຍໍຊົມເຊີຍ 30 ແບບຢ່າງແມ່ຍິງດີເດັນ “ດອກໄມ້ເດືອນຕຸລາ”. ໂດຍແມ່ນໜຶ່ງໃນແມ່ຍິງ 30 ຄົນໄດ້ຮັບການຍ້ອງຍໍ, ເອື້ອຍ ລືວທິບີກຢາງ, ເລຂາຄະນະຊາວໜຸ່ມເມືອງ ງອັກໂຫ່ຍ, ໃຫ້ຮູ້ວ່າ:

“ມື້ນີ້, ຂ້າພະເຈົ້າມີຄວາມເປັນກຽດທີ່ສຸດ ແລະ ເອກອ້າງທະນົງໃຈຍ້ອນໄດ້ມານີ້ ແລະ ແມ່ນໜຶ່ງໃນຈຳນວນແບບຢ່າງດີເດັ່ນ 30 ຄົນໄດ້ຮັບການຍ້ອງຍໍ ດອກໄມ້ເດືອນຕຸລາ ປີ 2017. ດ້ວຍຄວາມປິຕິມ່ວນຊື່ນ ແລະ ຄວາມເປັນກຽດນັ້ນ, ໄລຍະຈະມາເຖິງ, ດ້ວຍບົດບາດເປັນຫົວໜ້າຄະນະຊາວໜຸ່ມ, ໂດຍແມ່ນແມ່ຍິງຜູ້ໜຶ່ງ, ຂ້າພະເຈົ້າຈະລະດົມກຳລັງໃຈ, ກະຕຸກຊຸກຍຸ້, ຈະພະຍາຍາມສ້າງບ່ອນລະຫຼິ້ນ, ບັນດາລາຍການໃຫ້ສະມາຊິກຊາວໜຸ່ມ, ພິເສດແມ່ນແມ່ຍິງມີບັນດາລາຍການລະຫຼິ້ນທີ່ປອດໃສ, ມີປະໂຫຍດ ເພື່ອສະແດງຄວາມນິຍົມ ແລະ ກຳລັງໜຸ່ມແໜ້ນຂອງຕົນ”

ວັນທີ 19 ຕຸລາ, ສະຫະພັນແມ່ຍິງແຂວງ ຫວີງລອງ ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ (20/10/1930-20/10/2017).

ຕອບກັບ

ຂ່າວ/ບົດ​ອື່ນ