ການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນໂຮມປະເທດຫວຽດນາມເປັນເອກະພາບຢູ່ຫຼາຍປະເທດໃນໂລກ

ການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນໂຮມປະເທດຫວຽດນາມເປັນເອກະພາບຢູ່ຫຼາຍປະເທດໃນໂລກ - ảnh 1
ພາບ​ປະ​ກອບ

(​vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ ຫວຽດ​ນາມ​ ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015), ບັນ​ດາ​ການ​ເຄືອນ​ໄຫວ​ຢ່າງ​ສົມ​ກຽດ ແລະ ອຸ​ດົມ​ສົມ​ບູນ​ໄດ​້​ຮັບ​ການ​ຈັດ​ຕັ້ງ​ໃນຫຼາຍ​ປະ​ເທດ​ໃນ​ໂລກ​ຄື: ໂມ​ຊຳ​ບິກ, ເບ​ລາ​ຣຸດ, ເມກ​ຊີ​ໂກ, ລັ​ດ​ເຊຍ, ຮູງ​ກາ​ຣີ, ອານ​ເຊ​ຣີ… ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກ, ເບ​ລາ​ຣຸດ, ຮູງ​ກາ​ຣີ, ອານ​ເຊ​ຣີ ໄດ້​ສົມ​ທົບ​ກັບ​ບັນ​ດາ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ, ບັນ​ດາ​ສະ​ມາ​ຄົມ​ມິດ​ຕະ​ພາບ, ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ດ້ວຍ​ການ​ມີ​ໜ້າ​ຂອງ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ​ພາ​ລະກອນ​ສະ​ຖານ​ທູດ, ຊາວ ຫວຽດ​ນາມ​ ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດຕ່າງໆ, ກໍ່​ຄື​ເພື່ອນ​ມິດ​ປະ​ເທດ​ປະ​ຈຳ​ຖີ່ນ​ເປັນ​ຈຳ​ນວນຫຼວງຫຼາຍ.

        ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງໄຊ​ຊະ​ນະ 30/4 ຢູ່ ໂມ​ຊຳ​ບິກ, ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກ ຫງວຽນ​ວັນ​ຈູງ ໄດ້​ທ​ົບ​ທວນ​ຄືນ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ຊາດ​ດ້ວຍ​ໄຊ​ຊະ​ນະ​ລະ​ດູ​ບານ​ໃໝ່​ປີ 1975 ແລະ ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ ຫວຽດ​ນາມ ເປັນ​ເອ​ກະ​ພາບ.

        ທີ່​ການ​ປະ​ຊຸ​ມ​ຂ່າວ​ຢູ່​ນະ​ຄອນຫຼວງ ອານ​ເຊ​ຣີ ​ປະ​ເທດ ອານ​ເຊ​ຣີ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊ​າດ​ເປັນ​ເອ​ກະ​ພາບ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ຫວູ​ເທ໋​ຮຽບ ໄດ້​ແນະ​ນຳ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ຂົງ​ເຂດ​ພົວ​ພັນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຊິ່ງ ປະ​ຊາ​ຊົນ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ 40 ປີ​ຜ່ານ​ມາ​ນັບ​ແຕ່​ເມື່ອ​ປະ​ເທດ​ໄດ້​ໂຮມ​ເປັນ​ເອ​ກະ​ພາບ, ພາ​ຍຫຼັງ​ໄຊ​ຊະ​ນະວັນ​ທີ 30/4/1975.

        ຢູ່​ເບ​ລາ​ຣຸດ, ຜູ້​ຕາງ​ໜ້າ​ກຸ່ມ​ສະ​ມາ​ຊິກ​ມິດ​ຕະ​ພ​າບ​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ຮອງ​ປະ​ທານ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສ​ະ​ພາ​ຕ່ຳ ເບ​ລາ​ຣຸດ, ທ່ານ Vitaly Busco ໄດ້​ຊົມ​ເຊີຍ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.

        ສ່ວນ​ຢູ່ ຮູງ​ກາ​ຣີ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ ຫວຽດ​ນາມ ​ເປັນ​ເອ​ກະ​ພາບ ມີ​ບັນ​ດາ​ນັກ​ຮົບ​ເກົ່າ​ເຄີຍ​ເຂົ້າ​ຮ່ວມ​ຄະ​ນະ​ກຳ​ມະ​ການ 4 ຝ່າຍ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ສັນ​ຍາ​ ປາ​ຣີ ຢູ່ ຫວຽດ​ນາມ. ເຂົາ​ເຈົ້າ​ພ້ອມ​ກັນ​ແບ່ງ​ປ​ັນ​ຄວາມ​ພາ​ກ​ພູມ​ໃຈ​ດ້ວຍ​ບັນ​ດາ​ໝາກ​ຜົນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ຫວຽດ​ນາມ ພາຍຫຼັງ 40 ປີ.

 


ຂ່າວ/ບົດ​ອື່ນ