ການເຄື່ອນໄຫວສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງອາຊຽນ

(VOVWORLD) -ຕອນຄ່ຳວັນທີ 08 ສິງຫາ, ຢູ່ໂຮງລະຄອນໂຮ່ຈິມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຂຶ້ນຢ່າງສົມກຽດ.

ການເຄື່ອນໄຫວສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1 ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ

(ພາບ: sggp.org.vn)

ເຂົ້າຮ່ວມງານໂຮມຊຸມນຸມມີບັນດາຫົວໜ້າ ສະຖານກົງສູນໃຫຍ່, ສະຖານກົງສູນກິຕິມະສັກ, ຜູ້ຕາງໜ້າຄະນະທູຕານຸທູດບັນດາປະເທດອາຊຽນ, ບັນດາອົງການຈັດຕັ້ງມິດຕະພາບຂອງນະຄອນ… ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ, ອຳນາດການປົກຄອງ ແລະ ປະຊາຊົນ ຈະພ້ອມກັບທົ່ວປະເທດ ແລະ ປະຊາຊົນອາຊຽນ ກວ່າ 625 ລ້ານຄົນ ສູ້ຊົນເພື່ອອາຊຽນ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ ແລະ ສາມັກຄີ.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ 4 ນະຄອນໃຫຍ່ແມ່ນ ຮ່າໂນ້ຍ, ຫາຍຟ່ອງ, ດ່ານັ້ງ, ເກີນເທີ, ປະຊາຊົນນະຄອນໂຮ່ຈິມິນ ໄດ້ຮັບຊົມລາຍການແສງສີ ສິລະປະ ແລະ ພາບ 3 ມິຕິ ພິເສດ. ຢູ່ນະຄອນດ່ານັ້ງ ໄດ້ຈັດຕັ້ງການສາຍ ວີດີໂອ ສາລະຄະດີສັງລວມ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາອາຊຽນ.

        ເນື່ອງໃນໂອກາດນີ້, ຢູ່ຮ່າໂນ້ຍກະຊວງຖະແຫຼງຂ່າວ - ສື່ສານ, ບໍລິສັດໃຫຍ່ໄປສະນີຫວຽດນາມ ໄດ້ຈັດພິທີຈຳໜ່າຍຊຸດສະແຕມພິເສດ “ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (1967 - 2017).” ດ້ວຍຫົວຂໍ້ “ສະແຕມອາຊຽນ” ປີ 2017 ແມ່ນ “ດອກໄມ້ປະຈຳຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ