ການເຄື່ອນໄຫວສະເຫຼີມສະຫຼອງ60ປີແຫ່ງວັນໄຊຊະນະດ້ຽນບຽນຝູ

ການເຄື່ອນໄຫວສະເຫຼີມສະຫຼອງ60ປີແຫ່ງວັນໄຊຊະນະດ້ຽນບຽນຝູ - ảnh 1
ລາຍການ​ຖ່າຍ​ທອດ​ສົດ​ດ້ວຍ​ຊື່ວ່າ “ກັບ​​ເມືອ ດ້ຽນບຽນ”
(ພາບ: dienbientv.vn)

(vovworld) - ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນໄຊຊະນະ ດ້ຽນບຽນຝູ ( 7/5/1954 – 7/5/2014 ), ຕອນ​ຄຳ່​ວັນ​ທີ 16/3, ຢູ່ເຂດປູຊະນີຍະຊະຖານ ພູ A1, ນະຄອນ ດ້ຽນບຽນຝູ (​ແຂວງ ດ້ຽນບຽນ), ວິທະ​ຍຸ​ກະຈາຍສຽງ - ​ໂທລະພາບ ດ້ຽນບຽນ ສົມທົບ​ກັບວິທະ​ຍຸກະຈາຍສຽງ - ​ໂທລະພາບ ທ໋າຍງວຽນ ຈັດຕັ້ງລາຍການ​ຖ່າຍ​ທອດ​ສົດ​ດ້ວຍ​ຊື່ວ່າ “ກັບ​​ເມືອ ດ້ຽນບຽນ”. ຢູ່ ດ້ຽນບຽນ ​ແມ່ນ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນລະຫວ່າງ​ບັນດາ​ອະດີດ​ນັກຮົບ​ເກົ່າ, ບັນດາ​ລາຍການ​ສາລະ​ຄະດີ​ກ່ຽວກັບບັ້ນ​ຮົບ ດ້ຽນບຽນຝູ. ຢູ່ ທ໋າຍງວຽນ ​ແມ່ນ​ລາຍການ “ກັບ​​ເມືອ ດ້ຽນບຽນ” ດ້ວຍ​ຫົວ​ຂໍ້​ວ່າ “ ​ຈາກ ATK ​ເຖີງ ດ້ຽນບຽນຝູ “ ຢັ້ງຢືນ​ທີ່​ຕັ້ງ ATK ຫວຽດບັກ, ​ໃນ​ນັ້ນມີ ທ໋າຍງວຽນ​ ​ແມ່ນ​ສະຖານ​ທີ່​ເລີ່​ມຕົ້ນບັ້ນ​ຮົບ ດ້ຽນບຽນຝູ.

    ​ໃນ​ຂະນະ​ນັ້ນ, ຕອນ​ບ່າຍວັນ​ທີ 16/3, ຢູ່​ເຂດ​ປູຊະນີຍະ​ຊະ​ຖານ​ປະຫວັດສາດ​ທາງ​ສາມ​ແຍກ ກໍ່​ນ່ອຍ (Cò Nòi), ​ເມືອງ ມາຍ​ເຊີນ ​ແຂວງ ​ເຊີນ​ລາ, ຄະນະ​ຜູ້​ແທນ “ ກັບ​ເມືອ​ຫາ​ກົກ​ເຄົ້າ - ຜ່ານ​ເຂດ ​ໄຕ​ບັກ “ ຊຶ່ງລວມມີ​ບັນດາ​ອະດີດ​ນັກຮົບ​ເກົ່າ ດ້ຽນບຽນ ຈັດຕັ້ງພິທີ​ຖະ​ຫວາຍ​ທູບ​ທຽນເພື່ອອາ​ໄລ​ຫາ ​ແລະ ຈາລຶກ​ບຸນຄຸນ​ຂອງ​ບັນດາ​ຊາວໜຸ່ມອາສາ​ສະໝັກ​ໄດ້​ເສຍສະຫຼະຊີ​ວິດ​ຢ່າງ​ພິລະອາດ​ຫານ​ໃນບັ້ນ​ຮົບ ດ້ຽນບຽນຝູ.

ຂ່າວ/ບົດ​ອື່ນ