ການເຄື່ອນໄຫວສະເຫຼີມສະຫຼອງ67ປິແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ(27/7)

ການເຄື່ອນໄຫວສະເຫຼີມສະຫຼອງ67ປິແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ(27/7) - ảnh 1
ການເບິ່ງແຍງສຸຂະພາບໃຫ້ທະຫານເປັນປວຍ
(ພາບ: TTXVN)

(vovworld) – ວັນ​ທີ 21/7, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັ້ງ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ໄຊ​ເອ​ກະລາດ​ໃຫ້​ຄອບຄົວ​ນັກ​ຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​​​ໃນ​ພາ​ລະ​ກິດປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ 47 ຄອບຄົວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ວັນ​ຫຶ​ວຈ່ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັ້ງ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເຖິງ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ນັກ​ວິລະ​ຊົນ, ນັກ​ຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​​ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ເຄົາລົບ, ຮູ້​ບຸນຄຸນ​ຕໍ່​ການ​ອຸທິດ​ສ່ວນ ​ແລະ ການ​ເສຍ​ສະຫຼະ​ອັນ​ສູງ​ສົ່ງ​ຂອງ​ບັນດາ​ນັກ​ວິລະ​ຊົນ, ນັກ​ຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ມີ​ຄວາມ​ຮັບຜິດ​ຊອບ​ປະຕິບັດ​ບັນດາ​ລະບ​ອບນະ​ໂຍບາຍ​ທີ່​ມີ​ຕໍ່​ຄອບຄົວນັກ​ຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ທ່ານ ວັນ​ຫຶ​ວຈ່ຽນ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ບັນດາ​ຄອບຄົວນັກ​ຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຍາມ​ໃດ​ກໍ່​​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ລຸ້ນພໍ່​ລຸ້ນອ້າຍ, ບືນຕົວ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ສົມ​​ເປັນ​ແບບຢ່າງ​ໃຫ້​ລຸ້ນລູກ, ຫຼານ​ປະຕິບັດ​ຕາມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄອບຄົວ​ມີ​ຄູນ​ງາມ​ຄວາມ​ດີຕໍ່​ການ​ປະຕິວັດ​ແຂວງ​ດົ່ງນາຍ 18.000 ຄອບຄົວ, ​ນອກ​ຈາກໄດ້​ຮັບ​ຂອງຂວັນ​ຈາກ​ປະທານ​ປະ​ເທດ​ແລ້ວ, ​ຍັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຄອບຄົວ​ລະ 700.000 ດົ່ງຈາກ​ແຂວງ​ດົ່ງ​ນາຍ​ອີກ. ​ໃນ​ຂະນະ​ນັ້ນ, ​ແຂ​ວງ ຟູ໋ທໍ້​ໄດ​້ຫັກ​ເງິນ​ກ່ວາ 530 ລ້ານ​ດົ່ງ​ຈາກ​ງົບປະມານ​ຂອງ​ທ້ອງ​ຖີ່​ນ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​​ໃຫ້​ເກືອບ 800 ຄົນທີ່​ຂຶ້ນ​ກັບເປົ້າ​ໝາຍ​​ຄອບຄົວ​ນະ​ໂຍບາຍ, ທະຫານ​​ເສຍ​ອົງຄະຄອບຄົວນັກ​ຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​.


ຂ່າວ/ບົດ​ອື່ນ