ການເຄື່ອນໄຫວສະເຫຼີມສະຫຼອງວັນຄູຫວຽດນາມ 20/11

(VOVWORLD) - ການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຝາກຝັງຄວາມເຊື່ອໝັ້ນ ຕໍ່ຖັນແຖວຄູສອນ, ພະນັກງານຄຸ້ມຄອງ ແລະ ພາລະກອນຂະແໜງສຶກສາ - ບຳລຸງສ້າງນະຄອນ. ດ້ວຍມູນເຊື້ອຕັ້ງໜ້າປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ
ການເຄື່ອນໄຫວສະເຫຼີມສະຫຼອງວັນຄູຫວຽດນາມ 20/11 - ảnh 1 ພິທີມອບລາງວັນ ຫວໍເຈື່ອງຕ໋ວານ ຄັ້ງທີ 20 

ຕອນເຊົ້າວັນທີ 19 ພະຈິກ, ພະແນກສຶກສາ - ບຳລຸງສ້າງນະຄອນ ໂຮ່ຈີມິນ ສົມທົບກັບໜັງສືພິມ ໄຊງ່ອນຢ໋າຍຟ໋ອງ ຈັດຕັ້ງພິທີມອບລາງວັນ ຫວໍເຈື່ອງຕ໋ວານ ຄັ້ງທີ 20 ໃຫ້ແກ່ຄູສອນ ແລະ ພະນັກງານຄຸ້ມຄອງການສຶກສາດີເດັ່ນຂອງນະຄອນລວມ 40 ຄົນ.      

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ:

        “ການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ຝາກຝັງຄວາມເຊື່ອໝັ້ນ ຕໍ່ຖັນແຖວຄູສອນ, ພະນັກງານຄຸ້ມຄອງ ແລະ ພາລະກອນຂະແໜງສຶກສາ - ບຳລຸງສ້າງນະຄອນ. ດ້ວຍມູນເຊື້ອຕັ້ງໜ້າປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ, ບັນດາເອື້ອຍຄູອ້າຍຄູຈະສືບຕໍ່ອຸທິດສ່ວນ, ບຳລຸງສ້າງພົນລະເມືອງໜຸ່ມ, ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຮັບໃຊ້ພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ, ສ້າງນະຄອນມີຄຸນນະພາບການດຳລົງຊີວິດທີ່ດີ.”

        ເພື່ອຂ່ຳນັບຮັບຕ້ອນວັນຄູ ຫວຽດນາມ 20/11, ຕອນຄ່ຳວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຈັດຕັ້ງລາຍການ “ສະແດງຄວາມຮຸ້ບຸນຄຸນ” ເພື່ອແນໃສ່ເຊີດຊູບັນດາເອື້ອຍຄູ ອ້າຍຄູທີ່ມີການປະກອບສ່ວນ, ເສຍສະຫຼະເຫື່ອແຮງໃຫ້ແກ່ພາລະກິດສຶກສາ. ກ່າວຄຳເຫັນທີພິທີ, ທ່ານລັດຖະມົນຕີກະຊວງສຶກສາ - ບຳລຸງສ້າງ ຟູ່ງຊວນຫຍ້າ ຢັ້ງຢືນວ່າ:

        “ຂ້າພະເຈົ້ານັບຖືນ້ຳໃຈຂອງບັນດາອ້າຍເອື້ອຍຄູເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອພາລະກິດສິດສອນ. ຂ້າພະເຈົ້າຮັບຮູ້ບັນດາແບບຢ່າງຄູສອນ, ນັກຄຸ້ມຄອງໄດ້ຖອດຖອນບົດຮຽນຢ່າງບໍ່ຢຸດຢັ້ງ, ປ່ຽນໃໝ່ມີຫົວຄິດປະດິດສ້າງ, ນຳໃຊ້ບັນດາວິທີການໃໝ່ໃນການສິດສອນ, ຄຸ້ມຄອງ. ຂ້າພະເຈົ້າຫວັງວ່າ, ເອື້ອຍຄູ, ອ້າຍຄູແຕ່ລະຄົນ ຈະຊາບຊຶມໜ້າທີ່ປ່ຽນໃໝ່, ຍ້ອນວ່າ, ບັນດາອ້າຍເອື້ອຍຄູຈະແມ່ນປັດໄຈຕັດສິນຜົນສຳເລັດຂອງພາລະກິດແຫ່ງການປ່ຽນໃໝ່ການສຶກສາ.”

ຕອບກັບ

ຂ່າວ/ບົດ​ອື່ນ