ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດທີ 2/9

ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດທີ 2/9 - ảnh 1
ການນຳ ຫວຽດນາມ ​ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ
(ພາບ: VGP/Nhật Bắc)

(vovworld) - ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ ສສ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 2/9, ບັນດາ​ຜູ້ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ໂດ​ຍທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ນຳ​ໜ້າ​ໄດ້​ເຂົ້າ​ສຸສານ​ໄຫວ້​ອາ​ໄລ​​ປະທານ ​ໂຮ່ຈີ​ມິນ ​ແລະ ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

        ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ, ກະຊວງ​ການ​ຕ່າງປະ​ເທດ, ນະຄອນ​ຮ່າ​ໂນ້ຍ… ກໍ່​ໄດ້​ມາ​ວາງ​ພວງມາລາ, ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ ​ປະທານ ​ໂຮ່ຈີ​ມິນ​ ແລະ ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເຊັ່ນ​ດຽວ​ກັນ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດງານ​ບຸນວັດທະນະທຳ​ບັນດາ​ເຜົ່າ​ເມືອງ​ໂມກ​ເຈົາ, ​ແຂວງ​ເຊີນ​ລາ​ປີ 2014, ຕອນ​ຄຳ່​ວັນ​ທີ 1/9, ​ຢູ່​ເມືອງ​ໂມກ​ເຈົາ​ໄດ້​ດຳ​ເນີນ​ງານ​ລາຕີສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນ​ສະຖາປະນາ​ປະ​ເທດທີ 2/9. ທ່ານ ຮ່ວາງ​ວັນ​ຈວງ, ຊາວ​ເຜົ່າ​ຜູ້​ໄທ, ບ້ານ​ລ່າ​ງ່າ, ຕາ​ແສງ​ເມື່ອ​ງຊາງ, ​ໃຫ້​ຮູ້​ວ່າ:

        “ປະທານ​ໂຮ່ຈີ​ມິນ​ແມ່ນ​ຜູ້ນຳ​ພາ​ການ​ຕໍ່ຕ້ານ​ທີ່​ຍືດ​ເຍື້ອຍາວ​ນານ. ປະຈຸ​ບັນ, ປະຊາຊົນບັນດາ​ ​ເຜົ່າ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນີ້​ເພື່ອ​ຫວນ​ຄືນ​ວັນ ​ສະຖາປະນາ​ປະ​ເທດ ​ແລະ ອາ​ໄລ​ຫາ​ບຸນຄຸນ​ຂອງ​ປະທານ​ໂຮ່ຈີ​ມິນ“.

        ​ໃນ​ວັນ​ດຽວ​ກັນ, ນະຄອນ​ມ໋ອງກ໋າຍ, ​ແຂວງ​ກວາງ​ນິງ ກໍ່​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ ວັນ​ສະຖາປະນາ​ປະ​ເທດ​ເຊັ່ນ​ດຽວ​ກັນ.

        ພ້ອມ​ກັບ​ທ້ອງ​ຖີ່​ນພາຍ​ໃນ​ປະ​ເທດ, ຕອນ​ຄຳ່​ວັນ​ທີ 1/9, ຢູ່​ນະຄອນຫຼວງ​ໂຕ​ກຽວ, ສະຖານທູດ​ຫວຽດນາມ​ປະຈຳ​ຍີ່ປຸ່ນ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ແຂກ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ ວັນ​ສະຖາປະນາ​ປະ​ເທດ. ມີ​ເຈົ້າ​ໜ້າ​ທີ່​ກວ່າ 500 ຄົນ​ທີ່​ຕາງໜ້າ​ໃຫ້​ລັດຖະບານ​ຍີ່ປຸ່ນ, ຄະນະ​ທູຕານຸທູດ​ຢູ່​ໂຕ​ກຽວ, ພ້ອມ​ກັບ​ບໍລິສັດ​, ອົງການ​ຈັດ​ຕັ້ງຕ່າງໆຂອງ​ຍີ່ປຸ່ນ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່ຍີ່ປຸ່ນ ​ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຍີ່ປຸ່ນຫວນ​ຄືນ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ຜົນງານ​ເຊົ່ງຫວຽດນາມ​ຍາດ​ມາ​ໄດ້​ໃນ 69 ປີ ຜ່ານ​ມາ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ປະຊາຊົນ​ຫວຽດນາມ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຈາກ​ປະຊາຊົນ ​ແລະ ລັດຖະບານ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຍີ່ປຸ່ນ. ສ່ວນທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Hirotaka Ishihara ກໍ່​ໄດ້​ຢືນຢັນ​ເຖິງ​ແງ່​ຫວັງ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ:

        “ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ພວມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ເລື່ອງ​ເປີດ​ກວ້າງ​ໂຮງງານ​ຂອງ​ຕົນ​ຢູ່​ຫວຽດນາມ. ນອກ​ນັ້ນ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ຮອດ​ເວລາ​ແລ້ວ​ທີ່​ຍີ່ປຸ່ນ ​ແລະ ຫວຽດນາມ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ“.

        ​ໃນ​ໂອກາດ​ນີ້ ພິທີສະ​ເຫຼີ​ມສະຫຼອງ ວັນ​ສະຖາປະນາ​ປະ​ເທດທີ 2/9 ກໍ່​ດຳ​ເນີນ​ໄປ​ຢູ່​ໄທ, ຣູມາ​ນີ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງປະຊາ​ຄົມ​ຊາວ​ຫວຽດນາມ, ພະນັກງານ, ນັກຮຽນ​ຫວຽດນາມ​ທີ່​ພວມ​ດຳລົງ​ຊີວິດ, ປະຕິບັດ​ງານ ​ແລະ ຮຳ່ຮຽນ​ຢູ່​ໄທ.

       

ຂ່າວ/ບົດ​ອື່ນ