ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວ

ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວ - ảnh 1
ທ່ານ ເລຮ່ວາຍຈູງ ອວຍພອນສະຖານທູດ ລາວ ປະຈຳ ຫວຽດນາມ
(ພາບ: TTXVN)


(vovworld) ວັນ​ທີ 30/11 ທ່ານ ​ເລ​ຮ່ວາຍ​ຈູງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ​ມາສະ​ຖານ​ທູດ ລາວ ປະຈຳ ຫວຽດນາມ ​ອວຍພອນວັນຊາດ​ແຫ່ງ ສປປ ລາວ ຄົບຮອບ 40 ປີ (2/12/1975 – 2/12/2015). ທ່ານ​ເລຮ່ວາຍ​ຈູງ ​​ເນັ້ນ​ໜັກ​ວ່າ: ພັກ, ລັດ, ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ສາຍ​ພົວພັນ​ສາມັກຄີ​​ແບບ​ພິ​ເສດທີ່​ມີ​ຄວາມສັດຊື່​ບໍລິສຸດລະຫວ່າງ ຫວຽດນາມ - ລາວ. ທ່ານ ​ເລ​ຮ່ວາຍ​ຈູງ ປາດ​ຖະໜາ​ຢາກ​ສືບ​ຕໍ່​ການ​ຮ່ວມ​ມື​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານຂອງ 2 ກະຊວງ​ການ​ຕ່າງປະ​ເທດ ກໍ່​ຄື​ຂອງ​ພັກ ​ແລະ ລັດ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫວໍ​ວັນ​ເຖືອງ ຮອງ​ເລຂາ​​ປະຈຳ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄປອວຍພອນ​ພະນັກງານ, ພາລະ​ກອນ​ສະຖານກົງສູນ​ໃຫຍ່ ລາວ ປະຈຳ ນະຄອນ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນຊາດ ລາວ ຄົບຮອບ 40 ປີ.

 

 

 


ຂ່າວ/ບົດ​ອື່ນ