ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ2/9ຢູ່ຕ່າງປະເທດ

ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ2/9ຢູ່ຕ່າງປະເທດ - ảnh 1
ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ກຳ​ປູ​ເຈຍ ຈັດ​ພິ​ທີ​ສະ​ເຫລີມ​ສະ​ຫລອງ
ວັນ​ຊາດ 2/9
ພາບ:VOV

 (vovworl)- ​ ຕອ​ນ​ບ່າຍ​ວັນ​ທີ 1/9, ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ​ນະ​ຄອນ​ຫລວງມົດ​ສະ​ກຸ ສ​ະ​ຫະ​ພັນ​ລັດ​ເຊຍ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປ​ີ​ແຫ່ງວັນ​ກາ​ນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນຊາດ ຫວຽດ​ນາມ ຄື​ວັນ​ທີ 2/9. ກ່າວ​ຄຳ​ນະ​ພິ​ທີ, ທ່ານ ຫງວຽນ​ແທງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ຊື່ງ​ປະ​ຊາ​ຊົນ​ຫວຽດ​ນາມ ຍາດ​ມາ​ໄດ້​ໃນ​ໄລ​ຍະ 70 ປີ​ຜ່ານ​ມາ ແລະ ເນັ້ນ​ຫນັກ​ວ່າ: ໃນ​ຜົນ​ງານ​ລວມນັ້ນ ມີ​ການ​ຊ່ວຍ​ເຫລືອ​ສຸດ​ຈິດ​ສຸດ​ໃຈ​ຂອງ​​ປະ​ເທດເພື່ອນມິດ​ລັດ​ເຊຍ.

ໃນ​ຂະ​ນະ​ນັ້ນ, ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງວັນ​ຊາດ​ຫວຽດ​ນາມ ທີ 2/9 ຈັດ​ຂຶ້ນ​ຢູ່ ສິງ​ກະ​ໂປ, ທ່ານ ຫງວຽນ​ຕຽນ​ມີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃຫມ່​ແຫ່ງ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ ດ້ວຍ​ການ​ປ່ຽນ​ແປງ​ຢ່າງ​ຮອບ​ດ້ານ ແລະ ຍຸດ​ທະ​ສາດ​ສຸມ​ໃສ່​ເຂົ້າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ແລະ ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ.

ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 1/9 ຢູ່ ນະ​ຄອນ​ຫລວງ ພະ​ນົມ​ເປັນ​, ທ່ານ ແທກ​ຢື, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 70 ປີ​ຜ່ານ​ມາ ແລະ ເປັນ​ຕົ້ນ​ພາຍ​ຫລັງ 30 ປີ​ແຫ່ງ​ການ​ປະ​ຕິ​ບັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຫວຽດ​ນາມ ຍາດ​ໄດ້​ຜົນ​ງານ​ອັນ​ໃຫຍ່​ຫລວງ​ຫລາຍ​ຢ່າງ​ໃນ​ທຸກ​ດ້ານ. ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະ​ຫລອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hor Namhong ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແລະ ສະ​ແດງ​ຄວາມ​ເຄົາ​ລົ​ບ​ນັບ​ຖື​ຕໍ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ