ການເຄື່ອນໄຫວສະເຫລີມສະຫລອງວັນກາບກອນຫວຽດນາມຄັ້ງທີ15

ການເຄື່ອນໄຫວສະເຫລີມສະຫລອງວັນກາບກອນຫວຽດນາມຄັ້ງທີ15 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ວັນ​ກາບກອນ​ຫວຽດ​ນາມ
ພາບ:vtv

(vovworld)- ​ ວັນ​ທີ 11/2, ຢູ່ ວັນ​ມຽວ ກວກ​ຕື​ຢາມ ທີ່​ຮ່າ​ໂນ້ຍ ໄດ້​ໄຂ​ພິ​ທີ​ສ​ະ​ເຫລີມ​ສະ​ຫລອງ ວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 15 ປີ 2017. ທ່ານ ບູຍ​ເທ​ດືກ, ຮອງ​ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ເຂົ້າ​ຮ່ວມ ແລະ ຕີ​ກອງ​ໄຂ​ງານ​ບຸນ. ໃນ​ງານ​ບຸນ, ນອກ​ຈາກ​ອ່ານ​ກາບກອນ ແລະ ພົວ​ພັນ​ແລກ​ປ່ຽນ​ກັບ​ນັກ​ກະ​ວີ​ດີ​ເດັ່ນ ແລ້ວ, ຍັງ​ຈັດ​ໃຫ້​ມີ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ. ເປັນ​ຄັ້ງ​ທຳ​ອິດ ມີ​ເສັ້ນ​ທາງ​ນັກ​ກະ​ວີ ໄດ້​ສ້າງ​ຂຶ້ນ​ໃນ​ວັນ​ກາບກອນ​ຫວຽດ​ນາມ ເພື່ອ​ແນະ​ນຳ​ບັນ​ດາ​ຮູບ​ພາບ, ບົດ​ປະ​ພັນ​ຂອງ​ບັນ​ດາ​ນັກ​ກະ​ວີ​ດີ​ເດັ່ນ​ຢູ່​ຫວຽດ​ນາມ. ນັກ​ກະ​ວີ ຫງວຽ​ນ​ຫວຽດ​ຈຽນ, ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫວຽດ​ນາມ, ສະ​ມາ​ຊິກ ຄະ​ນະ​ຈັດ​ຕັ້ງ​ວັນ​ກາບກອນ​ໄດ້​ແບ່ງ​ປັນ​ວ່າ:

“ວັນ​ກາບກອນ​ຫວຽດ​ນາມ​ຄັ້ງ​ທີ 15 ແມ່ນ​ການເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ. ເຂົ້າ​ຮ່ວມ​ງານ​ບຸນ ມີນັກ​ກະ​ວີ​ໃນ​ໄລ​ຍະ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ, ນັກ​ກະ​ວີໃນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່ ແລະ ບັນ​ດາ​ນັກ​ກະ​ວີ​ຫນຸ່ມ. ທັງ​ໝົດ​ແມ່ນ​ລ້ວນ​ແຕ່​ເຊີດ​ຊູ​ກາບກອນ, ມຸ້ງ​ໄປ​ເຖິງ​ຄວາມ​ງາມ​ຂອງ​ກາບກອນ​ກ່ຽວ​ກັບ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ”.
ຕ​ອນ​ເຊົ້​າ​ວັນ​ດຽວ​ກັນ, ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ນະ​ຄອນ​ໂຮ່​ຈີ​ມີນ ໄດ້​ໄຂ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ ວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 15 ເຊັນ​ດຽວ​ກັນ.


ຕອບກັບ

ຂ່າວ/ບົດ​ອື່ນ