ການເຄື່ອນໄຫວສະເຫລີມສະຫລອງວັນບໍລິຈາກເລືອດສາກົນ14/6

(VOVWORLD) -ເນື່ອງໃນໂອກາດວັນບໍລິຈາກເລືອດສາກົນ, ວັນທີ 14 ມີຖຸນາ ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດອາສາສະໝັກ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການເຊີດຊູເກືອບ 200 ສ່ວນບຸກຄົນ, ຄອບຄົວດີເດັ່ນໃນການບໍລິຈາກເລືອດຂອງນະຄອນຫລວງ ຮ່າໂນ້ຍ.

ການເຄື່ອນໄຫວສະເຫລີມສະຫລອງວັນບໍລິຈາກເລືອດສາກົນ14/6 - ảnh 1 ການເຄື່ອນໄຫວບໍລິຈາກເລືອດ

ພາບ:vietnam+

ນີ້ແມ່ນບັນດາສ່ວນບຸກຄົນ, ຄອບຄົວ ໄດ້ມີຄວາມສຸດຈິດສຸດໃຈເຂົ້າຮ່ວມຂະບວນການບໍລິຈາກເລືອດ, ຕັ້ງຫນ້າເຂົ້າຮ່ວມການບໍລິຈາກເລືອດນັບສີບໆຄັ້ງ. ມີຫລາຍຄອບຄົວ, ຫລາຍວົງຕະກຸຍ ໝົດທຸກຄົນລ້ວນແຕ່ໄດ້ເຂົ້າຮ່ວມບໍລິຈາກເລືອດ. ເນື່ອງໃນໂອກາດນີ້ ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດອາສາສະໝັກ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງ “ວັນບຸນບໍລິຈາກເລືອດລະດູແລ້ງປີ 2018”. ວັນບຸນໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫລວງຫລາຍ ແລະ ໄດ້ຮັບ ກວ່າ 600 ຖົງເລືອດ. ໃນວັນດຽວກັນ, ມີເພື່ອນຫນຸ່ມ 300 ຄົນ ຢູ່ ນະຄອນ ດາຫນັງ ໄດ້ເຂົ້າຮ່ວມການບໍລິຈາກເລືອດ ເກືອບ 250 ຖົງ. ທ່ານ ໂຮ່ດີງຈີ ຮອງເລຂາຄະນະຊາວຫນຸ່ມ ຕຳຫລວດນະຄອນ ດາຫນັງ ແບ່ງປັນວ່າ:        “ການບໍລິຈາກເລືອດແມ່ນການກະທຳອັນດີງາມຂອງແຕ່ລະຄົນ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳເພື່ອກູ້ເອົາຊີວິດຂອງຄົນເຈັບຢູ່ບັນດາໂຮງໝໍ. ຂ້າພະເຈົ້າເອງ ກໍ່ໄດ້ຂົນຂວາຍຊາວຫນຸ່ມ ແລະ ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈໄດ້ວ່າ ການບໍລິຈາກເລືອດອາສາສະໝັກແມ່ນມີຄວາມໝາຍຍິ່ງ ແລະ ພິເສດ ບໍ່ສົ່ງຜົນສະທ້ອນເຖິງສຸຂະພາບ. ບັນດາເພື່ອນຫນຸ່ມຍັງໄດ້ຂົນຂວາຍບັນດາສະມາຊິກໃນຄອບຄົວ ແລະ ພໍ່ແມ່ປະຊາຊົນໃນບ້ານໄປເຂົ້າຮ່ວມການບໍລິຈາກເລືອດນຳອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ