ການເຄືຶ່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທີ 27 ກໍລະກົດ

(VOVWORLD) -ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງສິລະປະພິເສດ “ຄວາມຊົງຈຳໄລຍະສົງຄາມ”. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມລາຍການ.

ການເຄືຶ່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທີ 27 ກໍລະກົດ - ảnh 1 ລາຍການ “ຄວາມຊົງຈຳໄລຍະສົງຄາມ”

(ພາບ: nhandan)

ນີ້ແມ່ນລາຍການສະແດງຄວາມຮູ້ຄຸນບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຮຽກຮ້ອງການແຜ່ບໍລິຈາກ, ການສະໜັບສະໜູນ, ຊ່ວຍເຫຼືອນັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ ແລະ ຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດນັບໝື່ນຄົນ; ພ້ອມທັງເພີ່ມທະວີການສຶກສາມູນເຊື້ອ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈ ແລະ ໜ້າທີ່ຮັບຜິດຊອບຂອງໄວໜຸ່ມໃນໄລຍະປະຈຸບັນ.

        ວັນທີ 25 ກໍລະກົດ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ສູນປິ່ນປົວບຳລຸງສຸຂະພາບ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແຂວງ ເທື່ອທຽນ-ເຫ້ວ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ວຽກງານເບິ່ງແຍງດູແລທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນໜ້າທີ່ອັນສູງສົ່ງ ເຊິ່ງພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ, ແມ່ນໜ້າທີ່ຮັບຜິດຊອບຂອງລັດ ແລະ ທົ່ວສັງຄົມ.

        ເນື່ອງໃນໂອກາດນີ້, ແຂວງ ແຄງຮ່ວາ ແລະ ທ້ອງຖິ່ນຕ່າງໆກໍ່ໄດ້ດຳເນີນບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ດ້ວຍການເຄື່ອນໄຫວຄື ມອບຂອງຂວັນ; ກວດພະຍາດ ແລະ ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ… ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ