ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ69ປີແຫ່ງວັນທະຫາຍເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ69ປີແຫ່ງວັນທະຫາຍເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ສະ​ເຫລີມ​ສະ​ຫລອງວັນ​ທະ​ຫາ​ນ​ເສຍ​ອົງ​ຄະ
ແລະ ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ

(vovworld)- ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 69 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ​ ແລະ ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ (27/7/1947-27/7/2016), ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຫັກ​ງົບ​ປະ​ມານກວ່າ 55 ຕື້​ດົງ ເພື່ອ​ມອບ​ຂອງ​ຂວັນ 127.000 ພູດ ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ ແລະ ບັນ​ດາ​ຫົວ​ຫນ່ວຍ​ລ້ຽງ​ດູ, ເບິ່ງ​ແຍງ​ເປົ້າ​ໝາຍ​ນະ​ໂຍ​ບາຍ. ໃນ​ໂອ​ກາດນີ້, ໄວ​ຫນຸ່ມ​ນະ​ຄອນ​ຫລວງ ກ​ໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ພິ​ທີ​ຖະ​ຫ​ວາຍ​ທູບ​ທຽນ​ຢູ່​ບັນ​ດາ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ໃນ​ບໍ​ລິ​ເວນ​ນະ​ຄອນ, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.

ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ສຸ​ສານ​ແຫ່ງ​ຊາດ​ທາງ​ເລກ 9, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ກວ໋າງ​ຈີ້ ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ແດງສິ​ລະ​ປະ​​ພິ​ເສດ “ສາຍ​ພູ​ຫລວງ​​ຕ​າ​ເວັນ​ອອກ ເອີ້ນ​ສາຍ​ພູ​ຫລວງ​​ຕາ​ເວັນ​ຕົກ”.ໃນ​ໂອ​ກາດນີ້ ຊາວ​ຫນຸ່ມ​ແຂວງກວ໋າງ​ຈີ້ ນັບ​ພັນໆ​ຄົນ​ກໍ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ ແລະ ປ່ອຍ​ດອກ​ໄມ້​ເພື່ອ​ສະ​ແດ​ງ​ຄວາມ​ຮູ້​ບຸ​ນ​ຄຸນ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊ​ົນ, ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ກຳ​ແພງ​ເກົ່າ ກວ໋າງ​ຈີ້, ແມ່​ນ້ຳ ແທກ​ຫານ. ຢູ່​ແຂວງ ກວ໋າງ​ນາມ, ແຂວງ ເຫົ້າ​ຢາງ ກໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ເພື່ອ​ສະ​ເຫລີມ​ສະ​ຫລອງວັນ​ດັ່​ງ​ກ່າວ ເຊັ່ນ​ດຽວ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ