ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ86ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ

 

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ86ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ - ảnh 1
ການ​ສະ​ເຫລີມ​ສະ​ຫລອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ຫນຸ່ມ
ກອມ​ມູ​ນິດ​ໂຮ່​ຈິ​ມີນ
ພາບ:tuyengiao

(vovworld)- ​ ​ໃນ​ຂອບ​ເຂດ​ການ​ສະ​ເຫລີມ​ສະ​ຫລອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມີນ, ຕອນ​ເຊົ້າ​ວັນ​ທີ 26/3, ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ນະ​ຄອນ​ໂຮ່​ຈິ​ມີນ​ໄດ້​ຈັດ​ຕັ້ງ​ລາຍ​ການ“ນັກ​ສຶກ​ສາ​ສ້າງ​ຄູ​ກັບ​ເຂດ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງນອນ”. ຈຸ​ດ​ເດັ່ນ​ຂອງ​ລາຍ​ການ​ແມ່ນ​ພິ​ທີ​ຍ້ອງ​ຍໍ​ພະ​ນັກ​ງານ​ຄະ​ນະ​ຊາວ​ຫນຸ່ມດີ​ເດັ່ນ ແລະ ຮັບ​ສະ​ຫມັກ​ສະ​ມາ​ຊີກ​ຄະ​ນະ​ຊາວ​ຫນຸ່ມ​ໃຫມ່.

ຕອນ​ເຊົ້າ​ວັນ​ດ​ຽວ​ກັນ, ຢູ່ ນະ​ຄອນ ອຽນ​ບາຍ ແຂວງ ອຽນ​ບາຍ ໄດ້​ຈັດ​ຕັ້ງ​ວັນ​ແລ່ນ Olympic “ເພື່ອ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ”, ວັນ​ບຸນ​ຊາວ​ຫນຸ່ມ​ຂັ້ນ​ແຂວງ, ວັນ​ບຸນ ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ດູດ​ດື່ມ. ມີ​ຊາວ​ຫນຸ່ມ, ນັກ​ຮຽນ, ນັກ​ສຶ​ກ​ສາ, ພະ​ນັກ​ງານ, ກຳ​ມະ​ກອນ, ລັດ​ຖະ​ກອນ ແລະ ປະ​ຊາ​ຊົນ​ນະ​ຄອນ ອຽນ​ບາຍ​ປະ​ມານ 6000 ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ບັນ​ດາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ. ອ້າຍ ເລືອງ​ແມ້ງ​ຮ່າ, ຮອງ​ເລ​ຂາ​ປະ​ຈຳ​ຄະ​ນະ​ຊາວ​ຫນຸ່ມ​ແຂວງ ອຽນ​ບາຍ ໃຫ້​ຮູ້​ວ່າ:   

   “ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ຫນຸ່ມ, ພິ​ເສດ​ແມ່ນ​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ຫນຸ່ມ​ທຸກ​ຂັ້ນ ອາ​ຍຸ​ການ 2017-2022 ແມ່ນ​ການ​ເຄື່ອນ​ໄຫວ​ມີ​ປະ​ໂຫຍດ​ຢ່າງ​ແທດ​ຈິງ ສຳ​ລັບ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຊາວ​ຫນຸ່ມ. ນີ້​ກໍ​ແມ່ນ​ຮູບ​ການ​ເພື່ອ​ເຕົ້າ​ໂຮມ, ສ້າງ​ຄວາມ​ສາ​ມັກ​ຄີ​ໃນ​ຊາວ​ຫນຸ່ມ​ນຳ​ກັນ, ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ເພື່ອ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ວຽກ​ງານ​ໃຫ້​ດີກວ່າ.”


ຕອບກັບ

ຂ່າວ/ບົດ​ອື່ນ