ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງວັນບຸນວິສາຂະບູຊາພສ2561

(VOVWORLD)-ເນື່ອງໃນໂອກາດສະເຫລີມສະຫລອງວັນບຸນວິສາຂະບູຊາ ພສ 2561, ຢູ່ນະຄອນຫລວງ ຮ່າໂນ້ຍ, ນັບແຕ່ຕົ້ນເດືອນ 4 ໄລ່ຕາມຈັນທະປະຕິິທິນ ມາຮອດປະຈຸບັນ, ຫລາຍທ້ອງຖິ່ນໄດ້ຈັດຕັ້ງພິທີສະເຫລີມສະຫລອງວັນບຸນດັ່ງກ່າວຕາມພິທີການປະເພນີຄື: ພິທີຖະຫວາຍທູບທຽນ, ຫົດສົງພະ ພາວະນາ ປະເທດສາດມີສັນຕິພາບ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ. 
 ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງວັນບຸນວິສາຂະບູຊາພສ2561 - ảnh 1 ປະຊາຊົນທຳພິທິການໃນວັນບຸນວິສາຂະບູຊາ ພສ 2561

ພະອາຈານມະຫາ ທິກຫາຍເອີນ, ຮອງຫົວຫນ້າຜູ້ປະຈຳ, ຄະນະວັດທະນະທຳສູນກາງສະມາຄົມພຸດທະສາສະຫນາຫວຽດນາມ ໃຫ້ຮູ້ວ່າ:

        “ວັນວິສາຂະບູຊາປີນີ້ ມີສານສຳຄັນຫລາຍຢ່າງ, ເປັນຕົ້ນ ສຳລັບພຸດທະສາສະນິກະຊົນ ແມ່ນປະຕິບັດຕາມໂຄງການດຳເນີນງານຂອງສະມາຄົມພຸດທະສາສະຫນາ, ແລະ ຈັດຕັ້ງກອງປະຊຸມໃຫຍ່ພຸດທະສາສະຫນາຄັ້ງທີ 8 ດ້ວຍຫົວຂໍ້: ພູມປັນຍາ, ກົດລະບຽບ, ການເຊື່ອມໂຍງ, ພັດທະນາ. ນັ້ນແມ່ນສານໂດຍສະມາຄົມພຸດທະສາສະຫນາ ຍົກອອກມາ ເພື່ອໃຫ້ພະສົງສຳມະເນນພຸດທະສາສະນິກະຊົນກໍຄືການນຳສະພາພຸດທະສາສະຫນາຫວຽດນາມ ຕ້ອງປະຕິບັດ.”

        ໃນໂອກາດນີ້, ສະມາຄົມພຸດທະສາສະຫນາ ແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຄື: ລາຍການສະແດງສິລະປະ, ທຳມະເທດສະຫນາ.. ສ່ວນຢູ່ ນະຄອນ ດາຫນັງ, ທີ່ບັນດາວັດວາອາຮາມກໍ່ໄດ້ຈັດພິທີພາວະນາໃຫ້ໂລກມີສັນຕິພາບ, ປະເທດຊາດສະຫງົບສຸກ. 

ຕອບກັບ

ຂ່າວ/ບົດ​ອື່ນ