ການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍເພື່ອຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍເພື່ອຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ການນຳນະຄອນ ໂຮ່ຈີມິນ ໄປທະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ: hanoimoi.com.vn)

(vovworld) – ​ ວັນ​ທີ 27/7, ​ເພື່ອສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອ​ົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

        ຕອນ​ເຊົ້າ​ວັນ​ທີ 27/7, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​, ປະທານ​ປ​ະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​​ໄປ​ວາງ​ພວງມາລາ, ອາ​ໄລ​ຫາ​ບັນດາ​ນັກຮົບວິລະ​ຊົນ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ອະນຸສາ​ວາລີ​ບັນດາ​ນັກຮົບ​ວິ​ລະ​ຊົນ​ເສຍສະ​ຫຼະຊີວິ​ດ​ເພື່ອ​ຊາດ ​ແລະ ​ເຂົ້າໄວ້ອາ​ໄລຢູ່ສຸສານ​​​ປະທານ ​ໂຮ່ຈີ​ມິນ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນດາ​ຄະນະ​ຜູ້​ແທນຄະນະ​ພັກການ​ທະຫານ​ສູນກາງ - ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ພັກ​ຕຳຫຼວດ​ສູນ​ກາງ - ກະຊວງ​ຕຳຫຼວດ, ກະຊວງ​ແຮງ​ງານ - ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ, ຄະນະ​ພັກ​ນະຄອນ ​ແລະ ຄະນະ​ກຳມະການ​ປະຊາຊົນ ນະຄອນ ຮ່າ​ໂນ້ຍ, ຄະນະ​ຊີ້ນ​ຳສົມທົບ​ການ​ເຄື່ອນ​ໄຫວ​ກຸ່ມປູຊະນີ​ຍະສະ​ຖານ​ປະຫວັດສາດ - ວັດທະນະທຳ ບາ​ດິ່ງ ​ໄດ້​ໄປ​ວາງ​ພວງມາລາ, ​ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ອະ​ນຸສາ​ວາລີ​ບັນດາ​ນັກຮົບວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​ເຂົ້າ​ໄວ້ອາ​ໄລ​ຢູ່​ສຸສານ​ປະທານ ​ໂຮ່ຈີ​ມິນ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 26/7, ສູນ​ກາງຄະນະ​ຊາວ​ໜຸ່ມກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ຈູດ​ທູບ​ທຽນ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກ​ຮົບວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດ ຢູ່ ສຸສານ​ນັກຮົບ​ວິລະ​ຊົນ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ນະຄອນ ຮ່າ​ໂນ້ຍ. ທີ່​ພິທີ, ທ່ານ ​ເລກ​ວກຟອງ, ​ເລຂາ​ຜູ້​ທີ່​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ, ປະທານ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ​ໄດ້​ປຸກລະດົມ​ບັ້ນ​ເຄື່ອນ​ໄຫວ “​ເດີນ​ຕາມ​ຮອຍ​ຕີນ​ບັນ​ດາ​ນັກ​ວິລະ​ຊົນ” ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 70 ​ປີ​​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2017), ​ໃນ​ຄະນະ​ຊາວ​ໜຸ່ມ​ທຸກ​ຂັ້ນ. ທ່ານ ​ເລກ​ວກຟອງ, ສະ​ເໜີ​ວ່າ:

        “ຄະນະ​ຊາວ​ໜຸ່ມ​ທຸກ​ຂັ້ນ, ກອງ​ເຍົາວະ​ຊົນ ​ແລະ ສະມາຊິກ​ຊາວ​ໜຸ່ມ, ​ເຍົາ​ວະ​ຊົນ, ອະນຸຊົນ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ສືບ​ຕໍ່​ປະຕິບັດ​ບັນດາ​ກິດຈະກຳ, ວຽກ​ງານ​ມີ​ຄວາມ​ໝາຍ​ເພື່ອ​ແນ​ໃສ່​ຕອບ​ບຸນ​ແທນ​ຄຸນ ບັນດາ​ນັກຮົບວິລະ​ຊົນ ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​ເສ​ຍອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ອີງ​ໃສ່​ເງື່ອນ​ໄຂ, ຄວາມ​ສາມາດ​ຂອງ​ແຕ່​ລະ​ຄົນ​ຈົ່ງ​ປະຕິບັດ​ວຽກ​ງານ​​ໃຫ້ແທດ​ຈິງ, ມີ​ຄວາມ​ໝາຍ. ວຽກ​ງານ​ຂອງ​ພວກ​ເພື່ອນ​ເປັນ​ຄຳບອກ​ເຕືອນ ກ່ຽວກັບ​ປະຫວັດສາດ​ທີ່​ອົງອາດ​ກ້າ​ຫານ​ຂອງ​ປະ​ເທດ​ຊາດກ່ຽວ​ກັບ​ການ​ເສຍສະຫຼະ​ຊີວິດ, ຄວາມ​ສູນ​ເສຍ​ຂອງ​ນັກຮົບວິລະ​ຊົນ ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​ເສ​ຍອົງຄະ, ທະຫານ​ເຈັບ​ປວຍ ​ແລະ ຜູ້ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃຫ້​ແກ່​ຊີວິ​ດທີ່​ສະຫງົບ​ສຸກ​ຂອງ​ພວກ​ເຮົາ​ໃນ​ວັນ​ນີ້.”

        ຢູ່​​ເຂດສຸສານ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ກ່ວາ 2.000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ລ້ວ​ນ​ແຕ່​ດຳ​ເນີນ​ພິທີ​ຈູ​ດທູບ​ທຽນ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກ​ຮົບວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອຊາ​ດ.

        ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 26/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈັດ​ຕັ້ງ​ພິທີ​ປະກາດ ​ແລະ ມອບ 99 ຜົນ​ຂອງ​ການ​ສັນນະສູດ ADN ​ເພື່ອ​ຢັ້ງຢືນ​ລາຍ​ຊື່​ຂອງ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອຊາ​ດ ຢູ່​ສະໜາມຮົບ 31 ທີ່​​ແຂວງຊຽງ​ຂວາງ (ປະ​ເທດ​ລາວ) ​ໃຫ້​ແກ່​ຄອບຄົວຍາດຕິ​ພີ່ນ້ອງ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອຊາ​ດ. ​ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຢ໋ວານ​ເມົ້າ​ຢຽບ ​ເນັ້ນ​ໜັກ​ເລື່ອງ​ປະກາດ, ມອບຜົນ​ການສັນນະສູດ ADN ຢັ້ງຢືນ​ລາຍ​ຂື່​ຂອງ​ນັກຮົບວິລະ​ຊົນ​ທີ່ເສຍສະຫຼະ​ຊີວິດ​ເພື່ອຊາ​ດ ​ແມ່ນ​ການສະ​ແດງ​​ໃຫ້​ເຫັນ​ຢ່າງລະອຽດ​ຂອງ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ.

        “​ເພື່ອ​ພາລະກິດຕອບ​ບຸນ​ແທນ​ຄຸນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ອົງການຈັດ​ຕັ້ງ, ສ່ວນບຸກຄົນ, ບັນດາ​ວິ​ສາ​ຫະກິດຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ວຽກ​ງານ​ລວມຂອງ​ພັກ, ຂອງ​ລັດ ​ແລະ ຂອງ​ພວກ​ເຮົາທຸກ​ຄົນ. ​ເປັນ​ຜູ​້ທີ່​ຍັງ​ມີ​ຊີວິ​ດ, ​ເປັນຜູ້​ທີ່​ໄດ້​ຊົມ​ໃຊ້ຜົນປະ​ໂຫຍ​ດຈາກ​ບັນດານັກ​ຮົບວິລະ​ຊົນ​ທີ່ເສຍສະຫຼະ​ຊີວິດ​ເພື່ອຊາ​ດ​ໃນ​ຕະຫຼອດການ​ຕໍ່ສູ້ຕ້ານ​ຈັກກະພັດ ຝຣັ່ງ ​ແລະ ອາ​ເມ​ລິ​ກາ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ພາລະ​ກິດ​ອັນ​ສູງ​ສົງ​ແມ່ນ​ຊອກ​ຫາ​ນິຕິ​ບຸກຄົນ​ຄືນໃຫ້​ແກ່ນັກ​ວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອຊາ​ດ ​ແລະ ​ເພື່ອ​ໃຫ້ພວກ​ອ້າ​ຍ ຊອກ​ຫາ​ຍາດຕິ​ພີ່ນ້ອງ ​ແລະ ຄອບຄົວ​ພາຍຫຼັງ​ໄລຍະ​ເວລາ​ອັນຍາວ​ນານ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ທີ່ມີ​ໝາກຜົນ.”

 


ຂ່າວ/ບົດ​ອື່ນ