ການເຄື່ອນໄຫວອວຍພອນບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າຂະແມ

ການເຄື່ອນໄຫວອວຍພອນບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າຂະແມ - ảnh 1
ບຸນປີ​ໃໝ່ Chol Chnam Thmay ຂອງ​ຊາວ​ເຜົ່າ​ຂະ​ແມ
(ພາບປະກອບ)


(vovworld) - ​ໃນ​ໂອກາດ ບຸນປີ​ໃໝ່ Chol Chnam Thmay ຂອງ​ຊາວ​ເຜົ່າ​ຂະ​ແມ, ​ໃນ​ລະຫວ່າງ​ວັນ​ທີ 10-12/4, ການ​ນຳ​ແຂວງ​ອານ​ຢາງ ​ໄດ້​ມາ​ອວຍພອນ​ປີ​ໃໝ່, ມອບ​ຂອງຂວັນ​ຢູ່ 23 ວັດ ຂະ​ແມ​ນາມ​ຕົງ ​ໃນ​​ເມືອງ​ຕ່າງໆຂອງ​ແຂວງ​, ກໍ່​ຄືອວຍພອນ​ປີ​ໃໝ່, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ນັກຮົບ​ກຳລັງ​ປະກອບ​ອາວຸດ​ຂະ​ແມ​ທີ່​ດີ​ເດັ່ນ. ບັນດາ​ອາຈານ, ພະ​ມະຫາ​ອາຈານ​ໃນ​ວັດ​ເຫຼົ່າ​ນັ້ນ ​ໄດ້​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ແຂວງ​ອານ​ຢາງ ທີ່​ໄດ້​ຊ່ວຍ​ປະຊາຊົນ​ຊາວ​ເຜົ່າ​ຂະ​ແມ​ໃນ​ແຂວງ​ທຳ​ການ​ຜະລິດ, ພັດທະນາ​ ​ຊິວິດດ້ານ​ເສດຖະກິດ, ວັດທະນະທຳ ​ແລະ ຈິດ​ວີນຍານ.

​ໃນ​ໂອກາດ​ນີ້, ​ແຂວງ​ຊອກ​ຈັງ​ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວອວຍພອນ​ປີ​ໃໝ່, ມອບ​ຂອງຂວັນບັນດາ​ຄອບຄົວ​ນະ​ໂຍບາຍ​ຊາວ​ຂະ​ແມ, ພົບ​ປະ​ກັບ​ພະສົງ​ຢູ່​ວັດ​ຂະ​ແມ​ຕ່າງໆ ກໍ່​ຄື​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ​ແຂ່ງຂັນກິລາ ​ເພື່ອ​ອວຍພອນບຸນປີ​ໃໝ່ Chol Chnam Thmay ຂອງ​ຊາວ​ເຜົ່າ​ຂະ​ແມປີ 2014 ​ເຊັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ