ການເຄື່ອນໄຫວອວຍພອນວັນບຸນຄຼິດສມາດຂອງພໍ່ແມ່ຊາວຄຼິດ

(VOVWORLD) -ຄະນະການນຳຂອງສະພາແຫ່ງຊາດໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນນຳໜ້າ  ແລະ ຄະນະຜູ້ຕາງໜ້ານະຄອນໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດ, ພໍ່ແມ່ຊາວຄຼິດ ຢູ່ເຂດຊາວຄຼິດນະຄອນໂຮ່ຈີມິນ
ການເຄື່ອນໄຫວອວຍພອນວັນບຸນຄຼິດສມາດຂອງພໍ່ແມ່ຊາວຄຼິດ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມເຂດຊາວຄຼິດນະຄອນໂຮ່ຈີມິນ)

ເນື່ອງໃນໂອກາດວັນບຸນຄຼິດສມາດ ແລະ ປີໃໝ່ສາກົນ 2019, ຕອນເຊົ້າວັນທີ 19 ທັນວາ ຢູ່ນະຄອນໂຮ່ຈິມິນ, ຄະນະການນຳຂອງສະພາແຫ່ງຊາດໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ  ແລະ ຄະນະຜູ້ຕາງໜ້ານະຄອນໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດ, ພໍ່ແມ່ຊາວຄຼິດ ຢູ່ເຂດຊາວຄຼິດນະຄອນໂຮ່ຈີມິນ; ພະຄາດີນັນ ຟ້າມມິງເໝີນ, ສັງຄະນາຍົກເຂດຊາວຄຼິດນະຄອນໂຮ່ຈີມິນ ແຕ່ປີ 1998 ຫາປີ 2014.

        ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມໃນປີ 2018 ແລະ ເນັ້ນໜັກວ່າ: ປີ 2018 ປະເທດຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນທຸກດ້ານ, GDP ມີການເຕີບໂຕເປັນໜ້າປະທັບໃຈ, ຊີວິດການເປັນຢູ່ໄດ້ຮັບການຮັບປະກັນ, ທີ່ຕັ້ງຂອງຫວຽດນາມ ຢູ່ເວທີສາກົນໄດ້ຮັບການຍົກສູງຂຶ້ນ. ດ້ວຍບັນດາຜົນງານນັ້ນ, ພັກ ແລະ ລັດຕີລາຄາສູງການປະກອບສ່ວນຢ່າງໃຫຍ່ຫຼວງຂອງພໍ່ແມ່ຊາວຄຼິດໃນທົ່ວປະເທດເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ. ໃນນັ້ນມີບົດບາດຂອງຜູ້ມີຍົດສັກຕຳແໜ່ງທີ່ໄດ້ຕັ້ງໜ້າແນະນຳໃຫ້ພໍ່ແມ່ຊາວຄຼິດ, ທັງແມ່ນຊາວຄຼິດທີ່ດີ ແລະ ທັງແມ່ນພົນລະເມືອງທີ່ດີຂອງປະເທດຊາດ.

        ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປອວຍພອນວັນຄຼິດສມາດ ແລະ ປີໃໝ່ສາກົນ 2019 ຢູ່ເຂດຊາວຄຼິດ ຊວນລົກ, ດົ່ງນາຍ.

        ແລະກໍ່ໃນຕອນເຊົ້າວັນທີ 19 ທັນວາ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີນ ເປັນຫົວໜ້າຄະນະ ໄດ້ໄປອວຍພອນເຈົ້າອາວາດ ຫງວຽນເຕິນເຕືອກ ແລະ ເຂດຊາວຄຼິດ ຝູເກື່ອງ, ແຂວງບິ່ງເຢືອງ; ບັນດາເຂດຊາວຄຼິດຢູ່ແຂວງບິ່ງເຢືອງ…

ຕອບກັບ

ຂ່າວ/ບົດ​ອື່ນ