ການເຄື່ອນໄຫວເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ 21 ມິຖຸນາ

(VOVWORLD) - ແລະ ກໍ່ໃນຕອນບ່າຍວັນດຽວກັນ, ຄະນະການນຳນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ນຳໜ້າກໍ່ໄດ້ໄປຢ້ຽມຢາມ ແລະ ອວຍພອນໜັງສືພິມ ໄຊງ່ອນຢ໋າຍຟ໋ອງ ແລະ ສະຖານີໂທລະພາບນະຄອນ ໂຮ່ຈີມິນ

ການເຄື່ອນໄຫວເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ 21 ມິຖຸນາ - ảnh 1 ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ອວຍພອນບັນດາອົງການສື່ມວນຊົນ

(ພາບ: Thành Chung/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 – 21/6/2018), ຕອນບ່າຍວັນທີ 19 ມິຖຸນາ, ຄະນະການນຳນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ນຳໜ້າໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ເຂດພາກໃຕ້ ແລະ ອົງການຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳນະຄອນ ໂຮ່ຈີມິນ. ແລະ ກໍ່ໃນຕອນບ່າຍວັນດຽວກັນ, ຄະນະການນຳນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ນຳໜ້າກໍ່ໄດ້ໄປຢ້ຽມຢາມ ແລະ ອວຍພອນໜັງສືພິມ ໄຊງ່ອນຢ໋າຍຟ໋ອງ ແລະ ສະຖານີໂທລະພາບນະຄອນ ໂຮ່ຈີມິນ.

        ຕອນບ່າຍວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງການເງິນຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນ ແລະ ສະຫລຸບວຽກງານສົມທົບກັນຖະແຫຼງຂ່າວ, ໂຄສະນາລະຫວ່າງກະຊວງການເງິນ ແລະ ບັນດາອົງການສຳນັກຂ່າວສານສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ. ຕາມການຕີລາຄາຂອງກະຊວງການເງິນແລ້ວ, ວຽກງານສົມທົບກັນ, ຖະແຫຼງຂ່າວ ແລະ ໂຄສະນາລະຫວ່າງກະຊວງການເງິນກັບ 5 ອົງການສື່ມວນຊົນແມ່ນ: ໜັງສືພິມ ເຍິນເຢິນ, ສະຖານີໂທລະພາບ ຫວຽດນາມ, ສະຖານີວິທະຍຸ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ ແລະ ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນ.

        ໃນວັນທີ 19 ມິຖຸນາ, ສະມາຄົມນັກຂ່າວແຂວງ ຮ່ວາບີ່ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ. ເນື່ອງໃນໂອກາດນີ້, ສະມາຄົມນັກຂ່າວ ຫວຽດນາມ ໄດ້ມອບຫຼຽນທີ່ລະນຶກໃຫ້ນັກຂ່າວ 6 ຄົນ, ຮັບສະມາຊິກໃໝ່ 5 ຄົນ.

        ແລະ ກໍ່ໃນວັນດຽວກັນ, ສະມາຄົມນັກຂ່າວແຂວງ ຫາຍເຢືອງ, ແຂວງ ບັກຢາງ, ແຂວງ ລອງອານ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ