ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2018), ແຂວງນິງບິ່ງ ໄດ້ຈັດການເຄື່ອນໄຫວແທດຈິງຫຼາຍຢ່າງຄື: ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ທະຫານເສຍອົງຄະຢູ່ທ້ອງຖິ່ນ.

ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

(ພາບ: baoquangtri.vn)

ວັນທີ 26 ກໍລະກົດ, ກອງບັນຊາການທະຫານຊາຍແດນແຂວງລ້າງເຊີນ ໄດ້ຈັດຕັ້ງການພົບປະ, ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ຍາດຕິພີ່ນ້ອງ, ນັກຮົບເສຍສະຫຼະຊີວິດເພື່ອຊາດໃນກຳລັງກອງທັບ.

        ຕອນຄ່ຳວັນທີ 26 ກໍລະກົດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງກວາງຈິ, ກົມການເມືອງທະຫານເຂດ 4, ຄະນະຊາວໜຸ່ມແຂວງກວາງຈິ ໄດ້ຈັດລາຍການສະແດງສິລະປະ “ບົດເພງໄຊອະມະຕະທາງເລກ 9” ແລະ ຈັດພິທີຈູດທູບທຽນອາໄລຫາສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ທາງເລກ 9.

        ແລະຕອນຄ່ຳວັນທີ 26 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດັກລັກ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງດັກລັກ ຈັດຕັ້ງ “ພິທີຈູດທູບທຽນອາໄລຫາສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ” ເຊັ່ນດຽວກັນ. ທີ່ພິທີ, ອ້າຍ ຫງວຽນງອັກເລືອງ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຊີ້ແຈ້ງວ່າ.

        “ນີ້ແມ່ນໂອກາດເພື່ອສຶກສາອົບຮົມໃຫ້ລຸ້ນໜຸ່ມກ່ຽວກັບນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບການປະຕິວັດ, ຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງລຸ້ນພໍ່, ລຸ້ນອ້າຍ ໃນນັ້ນມີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ມີຕໍ່ເອກະລາດ, ເສລີພາບຂອງຊາດໃນທຸກວັນປະຈຸບັນ. ຈາກນັ້ນ, ເພື່ອນໜຸ່ມແຕ່ລະຄົນຈະເຄົາລົບຄຸນຄ່າຂອງພື້ນຖານສັນຕິພາບຄືໃນວັນນີ້, ຜ່ານນັ້ນໄວໜຸ່ມແຕ່ລະຄົນຈະເຫັນແຈ້ງກ່ຽວກັບໜ້າທີ່ຮັບຜິດຊອບຂອງຕົນໃນການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍໃນປະຈຸບັນ”.

        ແລະກໍ່ເນື່ອງໃນໂອກາດນີ້, ຢູ່ແຂວງເທື່ອທຽນ-ເຫ້ວ, ແຂວງຊອັກຈັງ, ແຂວງຕຽນຢາງ ກໍ່ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມ ວິລະຊົນ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ