ການເຈລະຈາ ເດລີ ຄັ້ງທີ 10

(VOVWORLD) - ວັນທີ 19 ກໍລະກົດ, ທີ່ນະຄອນຫລວງ ນິວເດລີ ປະເທດ ອິນເດຍ, ໄດ້ດຳເນີນການເຈລະຈາ ເດລີ ຄັ້ງທີ 10 ດ້ວຍຫົວຂໍ້ວ່າ: “ເພີ່ມທະວີການຮ່ວມມືທະເລ ອາຊຽນ - ອິນເດຍ”.
ການເຈລະຈາ ເດລີ ຄັ້ງທີ 10 - ảnh 1 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ

ການເຈລະຈາແມ່ນເວທີປາໄສໄດ້ຮັບການຈັດຕັ້ງປະຈຳປີ ແນໃສ່ແລກປ່ຽນ, ປຶກສາຫາລືບັນດາມາດຕະການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ  ແລະ ອິນເດຍ.

        ກ່າວຄຳເຫັນທີ່ການເຈລະຈາ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ຖືວ່າ: ປັດຈຸບັນ, ການຮ່ວມສຳພັນທະເລລະຫວ່າງ ອາຊຽນ - ອິນເດຍ ຍິ່ງມີບົດບາດສຳຄັນ, ບັນດາສາຍທາງຂົນສົ່ງທະເລຜ່ານ ອາຊຽນ ແລະ ອິນເດຍ ນັບມື້ນັບສວມບົດບາດຕົ້ນຕໍຂອງການຄ້າສາກົນ. ການຮ່ວມມືທາງທະເລໄດ້ເປີດກາລະໂອກາດຫລາຍຢ່າງ, ແຕ່ກໍ່ຍັງມີບັນດາສິ່ງທ້າທາຍ ເຊິ່ງ 2 ຝ່າຍຄວນຮ່ວມມືແກ້ໄຂ.

        ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ເນັ້ນໜັກວ່າ ການເຊື່ອມຕໍ່ທາງທະເລແມ່ນໜຶ່ງໃນບັນດາຂົງເຂດສຳຄັນ, ສະນັ້ນ ອາຊຽນ ແລະ ອິນເດຍ ຄວນໝູນໃຊ້ເພື່ອເພີ່ມທະວີການຮ່ວມມືເສດຖະກິດ - ການຄ້າລະຫວ່າງ 2 ຝ່າຍກ່ວາອີກ; ສະເໜີ 2 ຝ່າຍຄວນມານະພະຍາຍາມເພື່ອສາມາດສິ້ນສຸດການເຈລະຈາສັນຍາຂົນສົ່ງທາງທະເລ ອາຊຽນ - ອິນເດຍ ໂດຍໄວ.

        ຫົວໜ້າຄະນະປະຕິບັດງານ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ແລະ ອິນເດຍ ກໍ່ເນັ້ນໜັກເຖິງຄວາມຕ້ອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແມ່ນເງື່ອນໄຂສຳຄັນທຳອິດເພື່ອໃຫ້ ອາຊຽນ ແລະ ອິນເດຍ ພ້ອມກັນພັດທະນາເສດຖະກິດທະເລ; ໃນນັ້ນ ບັນດາປະເທດຄວນຮັບປະກັນຫຼັກການຕ່າງໆ ກ່ຽວກັບຄວາມເສລີໃນການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ພ້ອມທັງເພີ່ມທະວີການຮ່ວມມືແກ້ໄຂບັນດາອາດຊະຍາກຳຂ້າມຊາດຄື: ໂຈນສະລັດ, ການຄ້າມະນຸດ, ອາວຸດ ແລະ ຢາເສບຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ