ການເຈລະຈາຂັ້ນສູງ ຫວຽດນາມ - ຮຸງກາຣີ

(VOVWORLD) - ຮຸງກາຣີ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອໄດ້ຮັບບຸລິມະສິດໃນພາກພື້ນ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືຫລາຍດ້ານກັບ ຫວຽດນາມ. 

ໂດຍໄດ້ຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban Viktor ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ກັນຍາ. ຕອນເຊົ້າວັນທີ 25 ກັນຍາ, ພາຍຫລັງພິທີຕ້ອນຮັບຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ Orban Viktor.

ການເຈລະຈາຂັ້ນສູງ ຫວຽດນາມ - ຮຸງກາຣີ - ảnh 1ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban Viktor

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນໃນການປັບປຸງ ແລະ ພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ ເອີຣົບຕາເວັນອອກ - ກາງ, ໃນນັ້ນ ຮຸງກາຣີ ແມ່ນຄູ່ຮ່ວມມືບຸລິມະສິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງ ຮຸງກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍໜູນຊ່ວຍການພັດທະນາ (ODA) ຂອງຕົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຂອບໃຈລັດຖະບານ ຮຸງກາຣີ ໃຫ້ຄຳໝັນສັນຍາສະໜັບສະໜູນ ຫວຽດນາມ ເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

        ສ່ວນທ່ານນາຍົກລັດຖະມົນຕີ Orban Viktor ຢືນຢັນວ່າ ຮຸງກາຣີ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອໄດ້ຮັບບຸລິມະສິດໃນພາກພື້ນ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືຫລາຍດ້ານກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຮຸງກາຣີ ຢືນຢັນວ່າ ຮຸງກາຣີ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບສະຫະພາບ ເອີຣົບ (ອີຢູ), ໃນນັ້ນ ມີການເຊັນ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງເປັນທາງການໂດຍໄວ.

ການເຈລະຈາຂັ້ນສູງ ຫວຽດນາມ - ຮຸງກາຣີ - ảnh 2 ທີ່ການເຈລະຈາ

        ນາຍົກລັດຖະມົນຕີ 2 ທ່ານເຫັນດີຍົກສູງປະສິດທິຜົນກົນໄກຂອງຄະນະກຳມະການປະສົມ ກ່ຽວກັບການຮ່ວມມືເສດຖະກິດຍິ່ງກ່ວາອີກ, ເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດ 2 ປະເທດເຊື່ອມຕໍ່, ຊອກຮູ້ຕະຫລາດ. ນາຍົກລັດຖະມົນຕີ 2 ທ່ານ ຊົມເຊີຍການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດໃນບັນດາເວທີປາໄສສາກົນ ແລະ ລະຫວ່າງພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ນາຍົກລັດຖະມົນຕີ 2 ທ່ານເປັນດີເປັນເອກະພາບກ່ຽວກັບຄວາມຈຳເປັນ ຕ້ອງແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ.

ການເຈລະຈາຂັ້ນສູງ ຫວຽດນາມ - ຮຸງກາຣີ - ảnh 3 ທ່ານ ຫງວຽນຊວນຟຸກ ແລະ ທ່ານ Orban Viktor ໄດ້ເປັນສັກຂີພິຍານພິທີເຊັນບັນດາເອກະສານຮ່ວມມື
ການເຈລະຈາຂັ້ນສູງ ຫວຽດນາມ - ຮຸງກາຣີ - ảnh 4 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Orban Viktor ໄດ້ດຳເນີນການປະຊຸມຂ່າວ

        ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Orban Viktor ໄດ້ດຳເນີນການປະຊຸມຂ່າວ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຫວຽດນາມ ແລະ ຮຸງກາຣີ ໄດ້ມີການພົວພັນທີ່ເປັນມູນເຊື້ອອັນດີງາມນັບແຕ່ 67 ມານີ້ປີ ແລະ ໃນການຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີ 2 ປະເທດໄດ້ປຶກສາຫາລືມາດຕະການຊຸກຍູ້ການພົວພັນຮອບດ້ານນັ້ນ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ ດ້ວຍວິໄສທັດຍຸດທະສາດໃນອະນາຄົດ. ຍ້ອນເຫດນັ້ນ ບັນດາຂົງເຂດສຳຄັນຄື: ການເງິນ, ກະສິກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ວັດທະນະທຳ…ແລະ ບັນດາຂົງເຂດສຳຄັນອື່ນໆ ໄດ້ເຕື້ອງເຖິງໃນການຢ້ຽມຢາມສຳຄັນນີ້.

2 ຝ່າຍອອກຖະແຫຼງການຮ່ວມ ຫວຽດນາມ - ຮຸງກາຣີ ແລະ ເປັນສັກຂີພິຍານພິທີເຊັນບັນດາເອກະສານຮ່ວມມືໃນຂົງເຂດການເງິນ, ວັດທະນະທຳ, ການສຶກສາ, ກະສິກຳ, ແຮງງານ…ແລະ ຂໍ້ຕົກລົງວ່າດ້ວຍການເປັນແຮກສ່ຽວລະຫວ່າງນະຄອນ ເກີນເທີ ແລະ ນະຄອນ Kaposvar ຂອງ ຮຸງກາຣີ

ຕອບກັບ

ຂ່າວ/ບົດ​ອື່ນ