ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ - ອົດສະຕາລີ

(VOVWORLD) -ໂດຍຮັບຄຳເຊີນຈາກທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນສະພາຕ່ຳອົດສະຕາລີນຳໂດຍ ທ່ານປະທານສະພາຕ່ຳ Tony Smith ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 23-25 ກໍລະກົດ
    ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ - ອົດສະຕາລີ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເປັນປະທານການເຈລະຈາກັບ ທ່ານປະທານສະພາຕ່ຳອົດສະຕາລີ Tony Smith.

ຕອນບ່າຍວັນທີ 23 ກໍລະກົດ, ໄດ້ດຳເນີນພິທີຕ້ອນຮັບຄະນະຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານການເຈລະຈາກັບ ທ່ານປະທານສະພາຕ່ຳອົດສະຕາລີ Tony Smith.

     ທີ່ການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງເລື່ອງ ອົດສະຕາລີສືບຕໍ່ໃຫ້ບຸລິມະສິດກ່ຽວກັບການຊ່ວຍເຫຼືອພັດທະນາ ODA ແກ່ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ ອົດສະຕາລີສືບຕໍ່ໜູນຊ່ວຍໃນບັນດາຂົງເຂດທີ່ຫວຽດນາມມີຄວາມຕ້ອງການເຊັ່ນ : ພື້ນຖານໂຄງລ່າງ, ພັດທະນາກະສີກຳ-ຊົນນະບົດ, ລົບລ້າງຄວາມອຶດຫິດ ຫຼຸດຜ່ອນຄວາມທຸກຍາກ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

    ສ່ວນ ທ່ານປະທານສະພາຕ່ຳອົດສະຕາລີ Tony Smith ໄດ້ຢືນຢັນວ່າ ການຢ້ຽມຢາມຂອງທ່ານແມ່ນເພື່ອແນໃສ່ຊຸກຍູ້ການເຄືອ່ນໄຫວຂອງ 2 ສະພາແຫ່ງຊາດ ແລະ 2 ປະເທດຫວຽດນາມ- ອົດສະຕາລີ ໃຫ້ດີຍິ່ງໆຂຶ້ນ. ທ່ານປະທານສະພາຕ່ຳອົດສະຕາລີ Tony Smith ສະແດງຄວາມຫວັງວ່າ ນໄລຍະທີ່ຈະມາເຖິງ, 2 ຝ່າຍຈະຊຸກຍູ້ການເຊື່ອມຕໍ່ລະຫວ່າງ 2 ສະພາແຫ່ງຊາດ  ແລະ 2 ລັດຖະບານຂອງ 2 ປະເທດຜ່ານການຢ້ຽມຢາມຂັ້ນສູງ. ການນຳທັງ 2 ໄດ້ເນັ້ນໜັກເຖິງການພົວພັນດ້ານການເມືອງລະຫວ່າງ 2 ປະເທດທີ່ນັບມື້ນັບມີຄວາມໄວ້ວາງໃຈ, ສະໜິດຕິດພັນ. ການນຳທັງ 2 ກໍລ້ວນແຕ່ເຫັນດີຖືວ່າ ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, 2 ປະເທດນັບມື້ນັບເຂົ້າແທດຈິງ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນຕົ້ນແມ່ນການສົມທົບກັນເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສ.ປ.ຊ, ຕ້ານກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ການບຳລຸງສ້າງພາສາອັງກິດ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ການນຳທັງ 2 ກໍລ້ວນແຕ່ສະໜັບສະຫນູນ ແລະ ເຫັນດີຕໍ່ຄວາມສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນຢູ່ພາກພື້ນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ