ການເຈລະຈາຍຸດທະສາດອາເມລິກາ-ອີຢິບ

ການເຈລະຈາຍຸດທະສາດອາເມລິກາ-ອີຢິບ - ảnh 1
ການເຈລະຈາຍຸດທະສາດອາເມລິກາ-ອີຢິບ
(ພາບ: AFP/TTXVN)


​​(vovworld) - ​ວັນທີ 02/08, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ພວມ​ຢ້ຽມຢາມ​ອີ​ຢິບ ​ແລະ ຄູ່​ຕຳ​ແໜ່​ງປະ​ເທດ​ເຈົ້າ​ພາບ Sameh Shukri ​ເປັນ​ປະທານ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ຄັ້ງ​ທຳ​ອິດ​ລະຫວ່າງ 2 ປະ​ເທດ​ນັບ​ແຕ່​ປີ 2009. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມກັບ​ຄູ່​ຕຳ​ແໜ່​ງອີ​ຢິບ, ພາຍ​ຫຼັງ​ການ​ເຈລະຈາ​ຍຸດ​ທະ​ສາດ, ທ່ານ John Kerry ຖະ​ແຫຼ​ງວ່າ, ອາ​ເມ​ລິ​ກາ ​ແລະ ອີ​ຢິບ ພວມ​ກັບ​ຂຶ້ນ​ສູ່​ພື້ນຖານ​ໝັ້ນ​ຄົງໃນ​ການ​ພົວພັນລະ​ຫວ່າງ 2 ຝ່າຍ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ຄວາມ​ວິຕົກ​ກັງວົນ​ດ້ານ​ສິດ​ທິມະນຸດ. ທ່ານ John Kerry ຍັງ​ຢືນຢັນ​ວ່າ ຖ້າ​ຫາກຂໍ້​ຕົກລົງ​ນິວ​ເຄຼຍທີ່​ຫາ​ກໍ​​ໄດ້ຮັບ​ການ​ລົງ​ນາມ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ​ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ໄດ້​ຮັບ​ການ​ປະຕິບັດ​ຈະ​ຊ່ວຍ​ໃຫ້​ອີ​ຢິບ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ມີ​ຄວາມ​ປອດ​ໄພ​ກວ່າ. ສ່ວນ​ທ່ານ Sameh Shukri ​ໃຫ້​ຮູ້​ວ່າ, ອີ​ຢິບ ບໍ່​ມີ​ທັດສະ​ນະ​ແຕກຕ່າງ​ກັນຫຼາຍ​ກັບ​ອາ​ເມ​ລິ​ກາ, ມີຄວາມ​ແຕກ​ຕ່າງ​ກັນ​​​ໃນ​ບາງ​ບັນຫາ​, ​​ນັ້ນ​ແມ່ນ​ສິ່ງ​ທຳ​ມະ​ດາ.

ຂ່າວ/ບົດ​ອື່ນ