ການເຈລະຈາລະຫວ່າງ ອາຊຽນ - ອາເມລິກາ ຄັ້ງທີ 32

(VOVWORLD) -ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ນໍາໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມການເຈລະຈາ.

ການເຈລະຈາລະຫວ່່າງ ອາຊຽນ - ອາເມລິກາ ຄັ້ງທີ 32  ຖືກດໍາເນີນໃນລະຫວ່່າງວັນທີ 27 – 28 ມີນາ ຢູ່ ວໍຊີງຕັນ DC, ປະເທດ ອາເມລິກາ. ນີ້ແມ່ນກອງປະຊຸມປະຈໍາປີຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງ ອາຊຽນ ແລະ ອາເມລິກາ ເພື່ອແນໃສ່ສໍາຫຼວດກວດຄືນວິວັດທະນາການຮ່ວມມື ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງອາຊຽນ - ອາເມລິກາ, ພ້ອມທັງແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ນໍາໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມການເຈລະຈາ.

ການເຈລະຈາລະຫວ່າງ ອາຊຽນ - ອາເມລິກາ ຄັ້ງທີ 32  - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ (ພາບ: TTXVN)

        ທີ່ກອງປະຊຸມ, ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຂອງສາກົນ ແລະ ພາກພື້ນ, ແບ່ງປັນຂໍ້ມູນຂ່າວສານອັບເດັດກ່ຽວກັບວິວັດການຮ່ວມມືໃນພາກພື້ນ ເຊິ່ງບັນດາຝ່າຍພວມຊຸກຍູ້, ໃນນັ້ນ ໄດ້ສະຫງວນເວລາສ່ວນຫຼາຍເພື່ອແລກປ່ຽນທັດສະນະກ່ຽວກັບການຮ່ວມມືໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ກ່າວຄໍາເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ຖືວ່າ: ພາກພື້ນ ຍັງຄົງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທີ່ເກີດມາຈາກບັນດາການຂັດແຍ້ງອະທິປະໄຕ, ບັນດາການເຄື່ອນໄຫວຖົມດິນໃຫ້ເປັນເກາະ, ການຫັນເປັນການທະຫານ, ໂຈນສະລັດ, ອາດຊະຍາກໍາຂ້າມຊາດ, ບັນຫາສິ່ງແວດລ້ອມ.... ສິ່ງດັ່ງກ່າວ ຮຽກຮ້ອງໃຫ້ ອາຊຽນ, ອາເມລິກາ ແລະ ບັນດາຄູ່່ຮ່ວມມືຄວນສືບຕໍ່ເພີ່ມທະວີການຮ່ວມມືຜ່ານບັນດາກົນໄກ ໂດຍອາຊຽນ ເປັນເຈົ້າພາທາງຄື ເວທີປາໄສພາກພື້ນອາຊຽນ, ເວທີປາໄສຂັ້ນສູງອາຊີຕາເວັນອອກ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນເປີດກວ້າງ, ເວທີປາໄສທະເລ ອາຊຽນ ເປີດກວ້າງ. ນອກຈາກນັ້ນ, ທ່ານ ຫງວຽນກວກຢຸງ ກໍໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນ ແລະ ຫຼັກການຂອງ ອາຊຽນ ແມ່ນ ອົດກັ້ນ, ບໍ່ຫັນເປັນການທະຫານ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ພ້ອມທັງ ປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງມີປະສິດທິພາບ, ປະສິດທິຜົນໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ