ການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ

(VOVWORLD) - ກ່ຽວກັບທິດທາງການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງການໂຄສະນາເຜີຍແຜ່ ເພື່ອແນໃສ່ຊ່ວຍໃຫ້ປະຊາຊົນທຸກຊັ້ນວັນນະຂອງສອງປະເທດ

ການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ - ảnh 1ກ່ານເຮັດວຽກລະຫວ່າງແນວໂຮມ 2 ປະເທດ

(ພາບ:Thanh Sang.TTXVN)

ຕອນບ່າຍວັນທີ 6 ທັນວາ, ຢູ່ນະຄອນ ລອງຊວຽນ, ແຂວງ ອານຢາງ, ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານນາງ ເຈືອງທິງອັກແອ໊ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງສະພາແນວໂຮມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ ໂດຍທ່ານ Nhem Valy, ຮອງປະທານຜູ້ປະຈຳການ - ເລຂາທິການໃຫຍ່ ສະພາແນວໂຮມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ ນຳໜ້າ.

        ທ່ານນາງ ເຈືອງທິງອັກແອ໊ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະເໜີວ່າ: ກ່ຽວກັບທິດທາງການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງການໂຄສະນາເຜີຍແຜ່ ເພື່ອແນໃສ່ຊ່ວຍໃຫ້ປະຊາຊົນທຸກຊັ້ນວັນນະຂອງສອງປະເທດມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ວາອີກກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການພົວພັນລະຫວ່າງສອງຊາດ…

        ທ່ານ Nhem Valy ຢັ້ງຢືນວ່າ: ໃນໄລຍະຈະມາເຖິງ, ແນວໂຮມສອງປະເທດຈະສືບຕໍ່ເພີ່ມທະວີການເຄື່ອນໄຫວມິດຕະພາບ, ການຮ່ວມມືເພື່ອໃຫ້ການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ລວງເລິກ ແລະ ພ້ອມກັນແກ້ໄຂບັນດາບັນຫາເກີດຂຶ້ນໃນຊີວິດການເປັນຢູ່ຂອງປະຊາຊົນຢູ່ລຽບຕາມຊາຍແດນສອງປະເທດ, ປະກອບສ່ວນສ້າງສະຖຽນລະພາບຢູ່ຊາຍແດນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ