ການເຈລະຈາລະຫວ່າງຫວຽດນາມ-ໂມຊຳບິກ

ການເຈລະຈາລະຫວ່າງຫວຽດນາມ-ໂມຊຳບິກ - ảnh 1
ທ່ານ​ນາຍົກລັດຖະມົນຕີ Carlos Agostinho do Rosaria ພົບປະກັບ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ
(ພາບ:baochinhphu.vn)


​​(vovworld) - ການ​ເຈລະຈາ​ລະຫວ່າງ​ຫວຽດນາ​ມ-​ໂມ​ຊຳ​ບິ​ກ ຖືກດຳ​ເນີນ​ໄປ​ໃນ​ວັນ​ທີ 30/07, ຢູ່​ນະຄອນຫຼວງ Maputo, ລະຫວ່າງ​ຄະນະ​ຜູ​​້ແທນ​ຂັ້ນ​ສູງ​ລັດ​ຖະບານໂມ​ຊຳ​ບິ​ກ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Carlos Agostinho do Rosaria ນຳ​ໜ້າ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ເປັນ​ຫົວໜ້າ​ຄະນະ. 2 ຝ່າຍ​ໄດ້​ເຫັນ​ດີ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ກາ​ນພົບ​ປະ​ຂັ້ນ​ສູງ, ​ເພີ່ມທະ​ວີການ​ສົ​ມ​ທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​​ເວທີ​ປາ​ໄສ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ. 2 ຝ່າຍ​ກໍ​ປຶກສາ​ຫາ​ລື​ກ່ຽວ​ກັບ​ບາງ​ທິດ​ທາງ​ຮ່ວມ​ມື​ໃໝ່​ຄື: ​ເຕື່ອນ​​ໄພ​ທຳ​ມະ​ຊາດ, ຄຸ້ມ​ຄອງ​ຄົມມະນາຄົມ… ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຢືນຢັນ​ວ່າ, ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍໂມ​ຊຳ​ບິ​ກ ບຳລຸງ​ສ້​າງ​​ຖັນ​​ແຖວ​ພະນັກງານ​​ເຕັກ​ນິກ, ໜູນ​ຊ່ວຍການ​ແບ່ງປັນ​ບົດຮຽນ ​ແລະ ​ເຕັກ​ນິກ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງຫວຽດນາມ ທີ​ທ່າ​ແຮງ​ຄື: ກະສິກຳ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ, ​ໂທລະ​ຄົມມະ​ນາ​ຄົມ…

        ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ໂມ​ຊຳ​ບິ​ກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຍັງ​ໄດ້​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕ່າງໆ, ​ເຮັດ​ວຽກ​ກັບ​ພັກ​ແນວ​​ໂຮມ​ປົດ​ປ່ອຍ​ຊາດໂມ​ຊຳ​ບິ​ກ (Frelimo) ທີ່ສຳນັກງານ​ຂອງ​ພັກ ຢູ່​ນະຄອນຫຼວງ Maputo.

ຂ່າວ/ບົດ​ອື່ນ