ການເຈລະຈາສັນຍາ RCEP ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ຫວຽດນາມ

(VOVWORLD) -    ນັບແຕ່ວັນທີ 19 – 27 ກັນຍາ 2019, ຫວຽດນາມ ຈະເປັນປະທາດເຈົ້າພາບຈັດຕັ້ງ ກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28 ຢູ່ ນະຄອນ ດ່າໜັງ. 
ການເຈລະຈາສັນຍາ RCEP ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ຫວຽດນາມ - ảnh 1ທ່ານ ຈຸຣິນ ລັກສະນະວິຊີດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ໄທ  (ພາບ: Thai PBS World)

  ວັນທີ 10 ກັນຍາ, ກ່າວຄໍາເຫັນທີ່ພິທີປິດກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 51 ເຊິ່ງຈັດຂຶ້ນຢູ່ບາງກອກ, ປະເທດໄທ, ທ່ານ ຈຸຣິນ ລັກສະນະວິຊີດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ໄທ ສະແດງຄວາມເຊື່ອໝັ້ນວ່າ ບັນດາຄວາມບໍ່ລົງລອຍກັນກ່ຽວກັບການເປີດປະຕູຕະຫຼາດສໍາລັບສິນຄ້າ, ການບໍລິການ, ການລົງທຶນ ຈາກພາຍນອກ ອາຊຽນ ນັ້ນ ຈະໄດ້ຮັບການແກ້ໄຂ ແລະ ສໍາເລັດການເຈລະຈາສັນຍາວ່າດ້ວຍຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2019. ທ່ານ ຈຸຣິນ ລັກສະນະວິຊີດ ໃຫ້ຮູ້ວ່າ ໃນກອງປະຊຸມລະຫວ່າງ ອາຊຽນ - ອິນເດຍ, ອິນເດຍ ໄດ້ຢັ້ງຢືນຄໍາໝັ້ນສັນຍາວ່າ ພ້ອມແລ້ວທີ່ຈະສໍາເລັດການເຈລະຈາສັນຍາ RCEP ໃນປີ 2019.

        ນັບແຕ່ວັນທີ 19 – 27 ກັນຍາ 2019, ຫວຽດນາມ ຈະເປັນປະທາດເຈົ້າພາບຈັດຕັ້ງ ກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28 ຢູ່ ນະຄອນ ດ່າໜັງ. ນີ້ໄດ້ຮັບຖືວ່າ ແມ່ນການເຈລະຈາວາລະສຸດທ້າຍ ກ່ອນທີ່ຈະດໍາເນີນກອງປະຊຸມສຸດຍອດ ອາຊຽນ ໃນທ້າຍປີ 2019 ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ