ການເຈລະຈາແລະການປະຊຸມຄະນະລັດຖະບານລວມລະຫວ່າງ2ປະເທດຫວຽດນາມ-ໄທ

ການເຈລະຈາແລະການປະຊຸມຄະນະລັດຖະບານລວມລະຫວ່າງ2ປະເທດຫວຽດນາມ-ໄທ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ
ແລະ ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ
(ພາບ:Đức Tám – TTXVN)

(vovworld) - ​​ ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ, ​ວັນ​ທີ 23/7, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ແລະ ພັນ​ລະ​ຍາພ້ອມ​ກັບຄະນະ​ຜູ້​ແທນຂັ້ນ​ສູງ​ຫວຽດນາມ ​​ໄດ້​ໄປ​ຢ້ຽມຢາມລາຊະ​ອານາຈັກ​ໄທຢ່າງ​ເປັນ​ທາງ​ການ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນ ຢຸ້ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ; ພ້ອມ​ກັບ​ບັນດາ​ສະມາຊິກ​ລັດຖະບານ 2 ປະ​ເທດ​ດຳ​ເນີນ​ການ​ປະຊຸມ​ຄະນະ​ລັດຖະບານ​ລວມຫວຽດນາມ-​ໄທ ຄັ້ງ​ທີ 3.

          ທີ່​ການ​ເຈລະຈາ ​ແລະ ການ​ປະຊຸມ​ຄະນະ​ລັດຖະບານ​ລວມ, ນາຍົກລັດຖະມົນຕີທັງ 2 ທ່ານ ​ແຈ້ງ​ໃຫ້​ກັນ​ຮັບ​ຊາບ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ການ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ໄທ, ສະໜັບສະໜູນ​ໄທ ​ມີ​ບົດບາດ ​ແລະ ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​​​​ເຂົ້າໃນການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກພ້ອມ​ກັບ​ຫວຽດນາມ​ ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ 2 ປະ​ເທດ​ໃຫ້​ພັດທະນາ​ນັບ​ມື້​ນັບຮອບດ້ານ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ກ່ວາ. ນາຍົກລັດຖະມົນຕີ 2 ທ່ານ ​​ໄດ້ເປັນ​ເອກະ​ພາບ​ນຳ​ກັນ​ ວາງ​ອອກ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃຫຍ່​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ໄທ ເລິກເຊິ່ງ ​ແລະ ​ມີປະສິດທິ​ຜົນ​ກ່ວາ​ອີກ. ກ່ຽວ​ກັບ​ດ້ານ​ການ​ເມືອງ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ; ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ໄທ ​ໄລຍະ 2014-2018 ​ເປັນ​ຢ່າງ​ດີ. ກ່ຽວ​ກັບ​ດ້ານ​ເສດຖະກິດ, 2 ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ 20 ຕື້ USD ​ໃນ​ປີ 2020. 2 ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນຂອງ 2 ປະ​ເທດ ກໍ​ຄື​ຍູ້​ແຮງ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ.

       ນາຍົກ​ລັດຖະມົນ​ຕີ​ທັງ 2 ທ່ານ​ກໍ່​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງ​ທັງ 2 ຝ່າຍຕ່າງໆມີ​ຄວາມ​ສົມ​ໃຈ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ. 2 ຝ່າຍ​​ຢືນຢັນຄືນ​ທັດສະນະ​ ຊຶ່ງ​​ໄດ້​ຍົກ​ອອກ​​ໃນ​ຖະ​ແຫຼ​ງການ​ຂອງ​ປະທານ​ກອງ​ປະຊຸມ​ຂັ້ນ​ສູງ ອາຊຽນ 26 ຢູ່ ກົວ​ລາ​ລຳ​ເປີປະ​ເທດ ມາ​ເລ​ເຊຍ (​ເດືອນ 4 /2015); ຢືນຢັນ​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວ​ມມື​ຢ່າງ​ແໜ້ນ​ແ​ຟ້ນນຳ​ກັນ ​ແລະ ກັບ​ບັນດາ​ປະ​ເທດ ອາຊຽນ ອື່ນໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິບັດ​ຈຸດໝາຍ​ສ້າງ​ຕັ້ງ​ປະຊາ​ຄົມ ອາຊຽນ ​ໃນ​ທ້າຍ​ປີ 2015 ​ແລະ ​ໄລຍະ​ຕໍ່​​ໄປ; ພ້ອມ​ທັງ​ຮັກສາ​ບົດບາດນຳ​ພາ ​ແລະ ​ໃຈ​ກາງຂອງ ອາ​ຊຽນ​ ໃນ​ບັນຫາຍຸດ​ທະ​ສາດ​ຕ່າງ​ໆຢູ່​ພາກ​ພື້ນ. 2 ຝ່າ​ນ​ເນັ້ນ​ໜັກ​​ເຖິງ: ຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຮັບປະກັນ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ຖະ​ແຫຼ​ງການ​​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC); ກໍ່ສ້າງ, ຮັກສາ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງກັນ ​ແລະ ກັນ; ລະ​ງົບ​ໃຈ ​ແລະ ບໍ່​ນຳ​ໃຊ້ ຫຼື ຂົ່ມຂູ່​ນຳ​ໃຊ້​ກຳລັງອາວຸດ​; ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຜ​່ານບັນດາ​ມາດ​ຕະການ​ສັນ​ຕິ​ພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີສົນທິສັນຍາສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ 1982 (UNCLOS); ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ທາ​ບທາມ​ຄຳ​ເຫັນ​ເພື່ອ​ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ກ່ຽວກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).
        ​ສິ້ນ​ສຸດ​ກອງ​ປະຊຸມ, ນາຍົກລັດຖະມົນຕີທັງ 2 ທ່ານ​ໄດ້​ເປັນສັກຂີ​ພິຍານ​ພິທີ​ລົງ​ນາມ​ບັນດາ​ຂໍ້​ຕົກລົງ​​ຮ່ວມ​ມື, ລວມມີ: ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ກອງ​ປະຊຸມ​ຄະ​ນະລັດຖະບານຮ່ວມ ຫວຽດນາມ - ​ໄທ ຄັ້ງ​ທີ 3, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວກັບ​ການ​ຮ່ວມ​ມື​ແຮງ​ງານ; ຂໍ​ຕົກລົງ​ກ່ຽວ​ກັບ​ການຮັບ​ສະໝັກ​ແຮງ​ງານ; ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ລອງ​ອານ (ຫວຽດນາມ) ​ແລະ ​ແຂວງ ຕຣາດ (​ໄທ); ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ກອນ​ຕູມ (ຫວຽດນາມ) ​ແລະ ​ແຂວງ ອຸບົນ ຣາດຈະ​ທານີ (​ໄທ). ພາຍຫຼັງ​ພິທີ​ລົງ​ນາມ, 2 ຝ່າຍ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ໄທ ຢ່າງ​ເປັນ​ທາງ​ການຂອງທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູງ ​ແລະ ໝາກຜົນ​ຂອງ​ກອງ​ປະ​ຊຸມ​ຄະນະ​ລັດຖະບານ​ຮ່ວມ ຫວຽດນາມ - ​ໄທ ຄັ້ງ​ທີ 3, ​ອອກ​​ແຈ້ງ​ການສື່​ມວນ​ຊົນຮ່ວມ​ກ່ຽວກັບ​ການ​ຢ້ຽມຢາມ​ດັ່ງກ່າວ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ໃຫ້​ຮູ້​ວ່າ:

“ມາ​ຮອດ​ປະຈຸ​ບັນ, ​ໄທ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ. ປີ 2015, ການ​ຄ້າ​ 2 ສົ້ນ​ລະຫວ່າງ​ສອງ​ປະ​ເທດ​ອາດ​ຈະ​ບັນລຸ​ໄດ້ 12 ຕື້ USD ​ເພີ່ມ​ຂຶ້ນ​ປະມານ 13%-15% ​ເມື່ອ​ທຽບ​ໃສ່​ປີ 2014. ດັ່ງ​ນັ້ນ​ຮອດ​ປີ 2020 ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ອາດ​ຈະ​ບັນລຸ​ໄດ້ 20 ຕື້ USD, ປະຈຸ​ບັນ, ​ໄທ​ຢືນ​ອັນ​ດັບ 10 ​ໃນ​ຈຳນວນ 103 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ລົງທຶນ​ໂດຍ​ກົງ​ເຂົ້າ​ຫວຽດນາມ, ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 7 ຕື້ USD. ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ໄທ​ລົງທຶນ​ສຳ​ເລັດ​ຜົນ​ຢູ່​ຫວຽດນາມ ​ແລະ ຫວັງ​ວ່າ ​ໄທ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ລົງທຶນ​ແຖວ​ໜ້າ​ຢູ່​ຫວຽດນາມ​ໃນ​ອະນາຄົດ“.

 

ຂ່າວ/ບົດ​ອື່ນ