ການເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ2018

(VOVWORLD) - ວັນທີ 16 ເມສາ, ຢູ່ທ່າກ່ຳປັ່ນ ກາດລາຍ (ນະຄອນ ໂຮ່ຈີມິນ), ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບກອງບັນຊາການທະຫານເຮືອຈັດຕັ້ງພິທີເຄື່ອນພົນເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນ” ປີ 2018 ດ້ວຍຫົວຂໍ້ວ່າ “ໄວໜຸ່ມຮ່ວມເດີນທາງເພື່ອເຈື່ອງຊາຂຽວ”.
ການເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ2018 - ảnh 1 ພິທີເຄື່ອນພົນເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນ” ປີ 2018

ທີ່ພິທີເຄື່ອນພົນ, ທ່ານ ບູຍກວາງຮີວ ເລຂາທິການຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ຫົວໜ້າຄະນະປະຕິບັດງານແບ່ງປັນວ່າ:

        “ນີ້ແມ່ນປີທີ 10 ການເດີນທາງ “ໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນ” ໄດ້ຈັດຕັ້ງຢ່າງລຽນຕິດ. ການເດີນທາງຂອງພວກເຮົາ ໄດ້ຈັດຕັ້ງໃນຊ່ວງເວລາພິເສດທີ່ສຸດກ່ອນນີ້ 30 ປີ, ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ພິລາອາດຫານສູ້ຮົບ ເພື່ອປົກປັກຮັກສາຫາດ ດອນຫີນ ໂກລິນ, ແລນດາວ ແລະ ກາກມາ ຕໍ່ການຮຸກຮານຂອງພວກຊາວຕ່າງດ້າວ. ຂ້າພະເຈົ້າປາດຖະໜາວ່າ ພວກເຮົາຈະມີບັນດາວຽກເຮັດງານທຳທີ່ແທດຈິງ, ສະແດງໃຫ້ເຫັນເຖິງການຕອບບຸນແທນຄຸນຢ່າງເລິກເຊິ່ງຂອງລຸ້ນໜຸ່ມໃນວັນນີ້ຕໍ່ການເສຍສະຫຼະຊີວິດ, ເລືອດເນື້ອຂອງນັກຮົບກອງທັບເຮືອ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢ່າງພິລາອາດຫານ…

        ຜ່ານການເດີນທາງຄັ້ງນີ້, ບັນດາອົງການ, ວິສາຫະກິດ ແລະ ສ່ວນບຸກຄົນໄດ້ສະໜັບສະໜູນນັກຮົບ, ຊາວເຈື່ອງຊາຈຳນວນເງິນທີ່ມີມູນຄ່າ 2 ຕື້ດົ່ງ ແລະ ວັດຖຸເຄື່ອງຂອງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ