ການເລືອກຕັ້ງຢູ່ອາເມລິກາປີ2016: ທ່ານ B.Sandersຖະແຫລງຈະປ່ອນບັດໃຫ້ທ່ານນາງHilarryClinton

ການເລືອກຕັ້ງຢູ່ອາເມລິກາປີ2016: ທ່ານ B.Sandersຖະແຫລງຈະປ່ອນບັດໃຫ້ທ່ານນາງHilarryClinton - ảnh 1
ທ່ານBernie Sanders ແລະ ທ່ນ​ນາງ Hilary Clinton
ພາບ:AP


(vovworld)- ວັນ​ທີ24/6, ສະ​ມາ​ຊິກ​ສະ​ພາ​ພັກ​ສາ​ທາ​ລະ​ນະ ຂອງ​ອາ​ເມ​ລິ​ກາ Bernie Sanders ຖະ​ແຫລງ ຈະ​ປ່ອນ​ບັດ​ໃຫ້​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Hilary Clinton ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ປະ​ເທດນີ້ ໃນ​ເດືອນ 11 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທາງ​ໂທ​ລະ​ພາບ MSNBC, ເມື່ອ​ຕອບ​ຄຳ​ຖາມ ຈະ​ປ່ອນ​ບັດ​ໃຫ້​ທ່ານ​ນາງ Hilary Clinton ຫລືບໍ່, ທ່ານ Sanders ຢືນ​ຢັນ​ວ່າ “ປ່ອນ​ບັດ​ສະ​ຫນັບ​ສະ​ຫນູນໃຫ້​ທ່ານ​ນາງ Hilary Clinton”. ກ່ອນ​ຫນ້ານັ້ນ ທ່ານ Samders ໄດ້​ມີບັ້​ນ​ໂຄ​ສະ​ນາຫາ​ສຽງ​ເລືອກ​ຕັ້ງໃນ​ບັນ​ດາ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້​ນ​ຜ່ານ​ມາ ແລະ ໄດ້​ດຶງ​ດູດ​ການ​ສະ​ຫນັບ​ສະ​ຫນູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນັບ​ພັນໆ​ຄົນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ