ການເຫລື້ອມໃສບູຊາພະແມ່ຂອງຫວຽດນາມຖືກແນະນຳຢູ່ອິນເດຍ

ການເຫລື້ອມໃສບູຊາພະແມ່ຂອງຫວຽດນາມຖືກແນະນຳຢູ່ອິນເດຍ - ảnh 1
ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່​ຫວຽດ​ນາມ

(vovworld)- ຕອນ​ຄ່ຳ​ວັນ​ທີ 22/2 ຢູ່ ນະ​ຄອນ​ຫລວງ ນີວ​ເດ​ລີ ປະ​ເທດ ອິນ​ເດຍ ໄດ້​ດຳ​ເນີນ​ງານ​ມະ​ໂຫລານ​ການ​ເຫລື້ອ​ມ​ໃສ​ບູ​ຊາ​ພະ​ແມ່​ຂອງ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ໂຕນ​ຊີງ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ໃຫ້​ຮູ້​ວ່າ: ການ​ເຫລື້ອ​ມ​ໃສ​ບູ​ຊາ​ພະ​ແມ່ ປ​ຽບ​ເຫມືອນຄື​ດັ່ງ​ຫໍ​ພ​ິ​ພິດ​ທະ​ພັນ​ອະ​ນຸ​ລັກຮັກ​ສາ​ປະ​ຫວັດ​ສາດ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ ແລະ ຄວາມ​ມຸ້ງ​ຫວັງ​ຂອງ​ຊີ​ວິ​ດ​ດ້ານ​ຈິດ​ໃຈ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ມີຄວາມ​ເຊື່ອ​ໝັ້ນ​ວ່າ ຜ່ານ​ງານມະ​ໂຫລານ​ຄັ້ງ​ນີ້​ຍັງ​ດຳ​ເນີນ​ໄປ​ຢູ່​ນະ​ຄອນ Guwahati, ລັດ Assam ພາກ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ຂອງ ອິນ​ເດຍ ໃນ​ວັນ​ທີ 25/2, ນະ​ຄອນ Kolkata, ທາງ​ທິດ​ຕາ​ເວັນ​ຕົກ ລັດ Bengal, ພາກ​ຕາ​ເວັນ​ອອກ ອິນ​ເດຍ ໃນ​ວັນ​ທີ 27/2.


ຕອບກັບ

ຂ່າວ/ບົດ​ອື່ນ