ການແຂ່ງຂັນບານເຕະສະເຫຼີມສະຫຼອງ70ແຫ່ງວັນຊາດຫວຽດນາມຢູ່ລາວ

ການແຂ່ງຂັນບານເຕະສະເຫຼີມສະຫຼອງ70ແຫ່ງວັນຊາດຫວຽດນາມຢູ່ລາວ - ảnh 1
ຂະ​ບວນການ​ແຂ່ງຂັນ​​ບານ​ເຕະ​​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ລາວ
(ພາບ: phamkien/vietnam+)

(vovworld) –​ ຂະ​ບວນການ​ແຂ່ງຂັນ​​ບານ​ເຕະ​​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ລາວ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງວັນ​ການ​ປະຕິວັດ​ເດືອນ ສິງຫາ ​ແລະ ວັນຊາດ​ທີ 2/9 ​ໄຂຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/8 ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ. ນີ້​ແມ່ນ​ຂະ​ບວນການ​ແຂ່ງຂັນ​ບານ​ເຕະ​​ເທື່ອ​ອຳ​ອິດ ​ໂດຍ​ສະຫະ​ສະມາ​ຄົມ​ຊາວ ຫວຽດນາມ ຢູ່ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ຈັດ​ຕັ້ງ. ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ ສິງຫາ ​ແລະ ວັນຊາດທີ 2/9. ຂະ​ບວນການ​ແຂ່ງຂັນ​ບານ​ເຕະ​​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ລາວ ​ເທື່ອ​ທຳ​ອິດ​ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 6 ທິມລວມມີ: ທິມບານ​ເຕະປະຊາຄົມ​ຊາວ​ ຫວຽດນາມ ຢູ່ ນະຄອນຫລວງ ວຽງ​ຈັນ, ຢູ່​ແຂວງ ຈຳປາ​ສັກ, ຫລວງ​ພະ​ບາງ, ສະຫວັນ​ນະ​ເຂດ, ບໍລິ​ຄຳ​ໄຊ ​ແລະ ສະຖານທູດ ຫວຽດນາມ ປະຈຳລາວ.

 

ຂ່າວ/ບົດ​ອື່ນ