ການແລກປ່ຽນດ້ານການ ຄ້າລະຫວ່າງຫວຽດນາມ -ບຣາຊິນເພີ່ມຂຶ້ນຢ່າງແຮງ


 ການແລກປ່ຽນດ້ານການ ຄ້າລະຫວ່າງຫວຽດນາມ -ບຣາຊິນເພີ່ມຂຶ້ນຢ່າງແຮງ - ảnh 1

​ໂທລະສັບ​ ​ແລະ ​ເຄື່ອງ​ອາ​ໄລ່​ແມ່ນ​ສິນຄ້າ​ສົ່ງ​ອອກ​

ຕົ້ນຕໍ່​ຂອງ​ຫວຽດນາມ​ໄປ​ຍັງ​ບຣາຊິນ ​ໃນ​ໄຕ​ມາ​ດທີ 1/2014

(ພາບ: TTXVN)

 (vovworld)- ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ-​ບຣາຊິນ​ ​ໃນ​ໄຕ​ມາ​ດທີ 1 ປີ 2014 ບັນລຸ​ກ່ວາ 670 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 42% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ໃນ​ນັ້ນ, ການ​ສົ່ງ​ອອກ​ຂອງ​ສອງ​ປະ​ເທດ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ແຮງ. ​ໃນ 3 ​ເດືອນ​ຕົ້ນປີ 2014, ຫວຽດນາມ ສົ່ງ​ອອກ​ປະລິມານສິນຄ້າ​ທີ່​ມີ​ມູນ​ຄ່າ​​ເກືອບ 380 ລ້ານ USD ໄປ​ຍັງ ບາຣາຊິນ ​ແລະ ນຳ​ເຂົ້າປະລິມານ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ເກື​ອບ 295 ລ້ານ USD, ​ເພີ່ມ​ຂຶ້ນ 48,6% ​ແລະ 34,2%.

  ​ໃນ​ປີ 2013, ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ-​ບຣາຊິນ ບັນລຸ 2,33 ຕຶ້ USD, ​ເພີ່ມ​ຂຶ້ນ 42,3 % ​ເມື່ອ​ທຽບກັບ​ປີ 2012. ນີ້​ແມ່ນ​ປີ​ທຳ​ອິດ​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ລື່ນ​ກາຍ​ຕົວ​ເລກ 2 ຕຶ້ USD ​ແລະ ​ເຮັດ​ໃຫ້ ບຣາຊິນ ປັບປຸງ​ທີ່​ຕັ້ງ​ແມ່ນ​ຄູ່​ການ​ຄ້າ​ລາຍ​ໃຫ່ຍອັນ​ດັບ 1 ຂອງ​ຫວຽດນາມ ຢູ່​ອາ​ເມລິ​ກາ​ລາ​ຕິນ./.

ຂ່າວ/ບົດ​ອື່ນ