ການແຫ່ຂະບວນປະທ້ວງ ຂອງກໍາລັງ “ເສື້ອເຫຼືອງ” ໄດ້ແຜ່ຂະຫຍາຍໄປຮອດປະເທດ ອັງກິດ

(VOVWORLD) -ຫຼາຍຄົນທີ່ເຂົ້າຮ່ວມການເດີນຂະບວນໄດ້ຮ້ອງໂຮ່ຄໍາຂວັນທີ່ວ່າ “ Brexit ໃນທັນທີ”

ວັນທີີ 14 ທັນວາ, ບັນດາບຸກຄົນທີ່ສະໜັບສະໜູນອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ), ຫຼືຍັງເອີ້ນວ່າ Brexit, ໄດ້ນຸ່ງ “ເສື້ອເຫຼືອງ” ຄ້າຍຄືກັບກໍາລັງເຂົ້າຮ່ວມການແຫ່ຂະບວນປະທ້ວງຢູ່ ຝລັ່ງ, ໄດ້ດໍາເນີນການເດີນຂະບວນຢູ່ຂົວ Westminster, ລອນດອນ ຢູ່ປະເທດ ອັງກິດ, ເຮັດໃຫ້ການສັນຈອນຢູ່ຕອນເສັ້ນທາງດັ່ງກ່າວຖືກຕິດຂັດ. ມີບາງຮູບພາບທີ່ປະຊາຊົນໄດ້ເອົາລົງໃນສື່ສັງຄົມອອນລາຍໃນໜ້າເວັບໄຊຂອງຕົນ ຊີ້ໃຫ້ເຫັນວ່າ ມີຫຼາຍຄົນທີ່ເຂົ້າຮ່ວມການເດີນຂະບວນໄດ້ຮ້ອງໂຮ່ຄໍາຂວັນທີ່ວ່າ “ Brexit ໃນທັນທີ”. ປັດຈຸບັນ, ເອີຣົບ ພວມຕ້ອງປະເຊີນໜ້າກັບການແຫ່ຂະບວນປະທ້ວງຂອງກໍາລັງ “ເສື້ອເຫຼືອງ” ໂດຍມີຈຸດເລີ່ມຕົ້ນມາຈາກ ຝລັ່ງ ແລະ ແຜ່ຂະຫຍາຍໄປຫຼາຍປະເທດເອີຣົບອື່ນຄື ແບນຊິກ, ໂຮນລັງ, ອີຕາລີ... ແລະ ປັດຈຸບັນ, ກໍາລັງ “ເສື້ອເຫຼືອງສືບຕໍ່ປະກົດຕົວຢູ່ອັງກິດ ຮຽກຮ້ອງໃຫ້ຍູ້ໄວການດໍາເນີນວິວັດທະນາການ Brexit.


ຕອບກັບ

ຂ່າວ/ບົດ​ອື່ນ