ການໂຄສະນາແຜນນະໂຍບາຍຂອງພັກແລະລັດໃຫ້ແກ່ຜູ້ມີອິດທິພົນສື່ສຽງໃນເຂດຊົນເຜົ່າສ່ວນໜ້ອຍ

ການໂຄສະນາແຜນນະໂຍບາຍຂອງພັກແລະລັດໃຫ້ແກ່ຜູ້ມີອິດທິພົນສື່ສຽງໃນເຂດຊົນເຜົ່າສ່ວນໜ້ອຍ - ảnh 1
ຊາວ​ເຜົ່າ ຂະ​ແມ
(ພາບ: dangcongsan.vn)

(vovworld) – ໃນ​ເວ​ລາ 4 ວັນ, ແຕ່​ວັນ​ທີ 26 – 29/10, ຄະ​ນະ​ຊົນ​ເຜົ່​າ​ແຂວງ ຈ່າ​ວີງ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​​ຄະ​ນະ​ພັກ​ແຂວງ, ຕຳຫຼວດ​ແຂວງ​ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມຄວາມ​ຮູ້​ກ່ຽວ​ກັບ​ນະ​ໂຍ​ບາຍ​ຊົນ​ເຜົ່າ, ສາ​ສະ​ໜາຂອງ​ພັກ, ລັດ, ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທ້ອງ​ຖິ່ນ​ໃຫ້​ແກ່​ຜູ້​ແທນ 400 ຄົນ​ເຊິ່​ງ​ເປັນ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ 9 ເມືອງ, ເທດ​ສະ​ບານ, ນະ​ຄອນໃນ​ແຂວງ. ບັນ​ດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ​ດ້ວຍ​ເນື້ອ​ໃນ​ວ່າ: ໝາ​ກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ໃນ​ບໍ​ລິ​ເວນ​ແຂວງ ຈ່າ​ວີງ ໃນ​ໄລ​ຍະ​ຜ່ານ​ມາ ແລະ ກຳ​ນົດ​ທິດ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ແຂວງ​ມີ​ຊົນ​ເຜົ່າ​ຂະ​ແມ​ກ່​ວາ 320.000 ຄົນ, ກວມ​ປະ​ມານ 32% ​ຈຳ​ນວນ​ພົນ​ລະ​ເມືອງ​ໃນ​ທົ່ວ​ແຂວງ. ການ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​​ແຜນນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຊົນ​ເຜົ່າ, ສາ​ສະ​ໜາ​ຂອງ​ພັກ, ລັດ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະ​ຕິ, ບົດ​ຮຽນ​ໃຫ້​ແກ່​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບໍ​ລິ​ເວນ​ແຂວງ. ຈາກນັ້ນ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ໂຄ​ສະ​ນາ, ເຜີຍ​ແຜ່​ເຖິງ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ, ຊາວ​ຂະ​ແມ ຢູ່​ທ້ອງ​ຖິ່ນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ແຈ້ງ, ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ແຜນ​ນະ​ໂຍ​ບາຍ ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍຂອງລັດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ກຸ່ມ​ກ້ອມ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ສາ​ມັກ​ຄີ​ສາ​ສະ​ໜາ, ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ, ລົ​ບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັກ​ສາ​ສະ​ຖຽນ​ລະ​ພາບທາງ​​ດ້ານການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ.


ຂ່າວ/ບົດ​ອື່ນ