ການໂອ້ລົມສົນທະນາ ອາຊຽນ - ນິວຊີແລນ ຄັ້ງທີ 24

ການໂອ້ລົມສົນທະນາ ອາຊຽນ - ນິວຊີແລນ ຄັ້ງທີ 24 - ảnh 1
ກ​ານ​​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ນິວ​ຊີ​ແລນ ຄັ້ງ​ທີ 24 ຈັດ​ຕັ້ງ​ໃນ​ວັນ​ທີ 21 – 22/3

(vovworld) - ກ​ານ​​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ນິວ​ຊີ​ແລນ ຄັ້ງ​ທີ 24 ຫາກໍ່​ດຳ​ເນີນຢູ່ Christchurch, ປະ​ເທດ ນີວ​ຊີ​ແລນ ໃນ​ວັນ​ທີ 21 – 22/3. ​ເມື່ອແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລວມ 2 ຝ່າຍ, ບັນ​ດາ​ປະ​ເທດ ອາ​ຊ​ຽນ ແລະ ນີວ​ຊີ​ແລນ ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຮັກ​ສາ​ການ​ໂອ້​ລົ​ມ​ສົນ​ທະ​ນາ, ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ນິວ​ຊີ​ແລນ ສະ​ໜັບ​ສະ​ໜູນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຂົ້າ​ຮ່ວມ​​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ການ​ເມືອງ - ຄວາມ​ໝັ້ນ​ຄົງ ໂດ​ຍ​ອາ​ຊຽນ ເປັນ​ຜູ້​ລິ​ເລີ່ມ ແລະ ແນະ​ນຳຢ່າງ ຕັ້ງ​ໜ້າ​. ນີວ​ຊີ​ແລນ​ ສືບ​ຕໍ່​ຢືນຢັນ​ເລື່ອງ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ໂຄງ​ປະ​ກອບ​ພາກ​ພື້ນພວມ​ເປັນ​ຮູບ​ປະ​ທຳ. ກ່ຽວ​ກັບ​ບັນ​ຫາ​​ສາ​ກົນ, ບັນ​ດາ​ປະ​ເທດ​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ຕໍ່​ການ​ຜັນ​ແປ​ໄລ​ຍະ​ມໍ່ໆ​ມານີ້​ໃນ​ແຫຼມ ເກົາຫຼ​ີ ແລະ ສະ​ພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ. ນິວ​ຊີ​ແລນ ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ຂອງ ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄ​ວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ, ໃນ​ນັ້ນ​ເຄົາ​ລົບ​ບັນ​ດາ​ວິ​ວັດ​ການ​ທາງ​ການ​ທູດ ແລະ ນິ​ຕິ​​ທຳ, ບົນ​ພ​ື້ນ​ຖານ​ເຄົາ​ລົບ​​ກົດ​ໝາຍ​ສາ​ກົນ. ກ່ຽວ​ກັບ​ທາງ​ດ້ານ​ເສດ​ຖະ​ກິດ, 2 ຝ່າຍ​ເຫັນ​ດີ​ສື​ບຕໍ່​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ ອາ​ຊຽນ - ອົດ​ສະ​ຕາ​ລີ - ນິວ​ຊີ​ແລນ (AANZFTA, ເຊັນ​ເມື່ອ​ປີ 2009) ບົນ​ພື້ນ​ຖານ​ຍ​ຸ​ດ​ທ​ະ​ສາດ​ວັດ​ທະ​ນາ​ຖາ​ວອນຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ