ການໂອ້ລົມສົນທະນາກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫລວງ ຄັ້ງທີ13

ການໂອ້ລົມສົນທະນາກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫລວງ ຄັ້ງທີ13 - ảnh 1
ການໂອ້ລົມສົນທະນາກ່ຽວກັບການປ້ອງກັນແລະຕ້ານ
ການສໍ້ລາດບັງຫລວງ
ພາບ:baocongthuong.com


(vovworld)-​ ການ​ໂອ້​ລົມ​ສົນ​ທະ​ນາ​ດັ່ງ​ກ່າວ​ພາຍ​ໃຕ້​ຫົວ​ຂໍ້​ວ່າ “ບັນ​ດາ​ມາ​ດ​ຕະ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ ເກັບເອົາ​ຊັບ​ສິນສໍ້​ລາດ​ບັງ​ຫລວງ”, ໂດຍ​ອົງ​ການກວດ​ກາ​ລັດ​ຖະ​ບານ​ ແລະ ກະ​ຊວງ​ຍຸ​ຕິ​ທຳ ແລະ ສະ​ຖານ​ທູ​ດ​ອັງ​ກິດ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/11 ຢູ່ ຮ່າ​ໂນ້ຍ. ກ່າ​ວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ ຮ່າ​ຮ່​ຸງ​ເກືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ຢືນ​ຢັນ​ວ່າ: ຈຸດ​ໝາຍ, ວິ​ທີ​ສຳ​ພັດ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ຫວຽດ​ນາມ​ແມ່ນ​ຄ້າຍ​ຄື​ກັບ​ສາ​ກົນ. ນະ​ໂຍ​ບາຍ​ປ້ອງ​ກັນ,ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ການ​ປ້ອງ​ກັນ​ເຫດ​ແມ່ນ​ມາດ​ຕະ​ການ​ສຳ​ຄັນ, ເປັນ​ພື້ນ​ຖານ, ຄວນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ,ຮອບ​ດ້ານ​ຢູ່​ທຸກ​ຂັ້ນ,ທຸກ​ຂະ​ແຫນງ​ການ, ທຸກ​ຂົງ​ເຂດ, ທຸກ​ພາ​ກ​ສ່ວນ​ສັງ​ຄົມ.

        “ເຖິງວ່າ​ໄດ​້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ​ກໍ​ຕາມ ແຕ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເວົ້າ​ລວ​ມ​ກໍ​ຄື​ການ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫລວງ​ເວົ້າ​ສະ​ເພາະ ແລະ ການ​ເກັບ​ເອົາ​ຊັ​ບ​ສິນ​ສໍ້​ລາດ​ບັງ​ຫລວງ​ເວົ້າ​ສະ​ເພາະ​ຢູ່​ຫວຽດ​ນາມ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ເພາະ​ສະ​ນັ້ນ ບັນ​ດາ​ບົດ​ລາຍ​ງານ​ຄົ້ນ​ຄ້​ວາ, ຄຳ​ເຫັນ​ສະ​ເຫນີ ແລະ ພຶດ​ຕິ​ກຳ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫລວງ ແລະ ເກັບ​ເອົາ​ຊັບ​ສິນ​ສໍ້​ລາດ​ບັງ​ຫລວງ​ຖືກ​ແນະ​ນຳ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ຈະ​ແມ່ນ​ຂໍ້​ມູນ​ຂ​່າວ​ອັນ​ລ້ຳ​ຄ່າ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ​ທາບ​ທ່າມ, ຄົ້ນ​ຄ້​ວາເພື່ອ​ໝູນ​ໃຊ້​ໃນ​ເງື່ອນ​ໄຂ​ແລະ​ພຶດ​ຕິ​ກຳ​ຢູ່​ຫວຽດ​ນາມ.”

 

 

 

 

ຂ່າວ/ບົດ​ອື່ນ