ການໂອ້ລົມສົນທະນາກ່ຽວກັບການສ້າງກອບລະດັບຄວາມຮູ້ແຫ່ງຊາດຫວຽດນາມ

ການໂອ້ລົມສົນທະນາກ່ຽວກັບການສ້າງກອບລະດັບຄວາມຮູ້ແຫ່ງຊາດຫວຽດນາມ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ ຂຶ້ນ​ກ່າວ​ຄຳ​ເຫັນ​ທີ່
ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ສ້າງ ແລະ ປະ​ຕິ​ບັດ​ກອບ​ລະ​ດັບ​ຄວາມ​ຮູ​້​ແຫ່ງ​ຊາດ​ຫວຽດ​ນາມ


(vovworld)- ຕອນ​ເຊົ້າ​ວັນ​ທີ 24/1, ຢູ່​ຮ່າ​ໂນ້ຍ, ສະ​ພາ​ອັງ​ກິດ​ສົ​ມ​ທົບ​ກັບ​ກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ, ກົມ​ໃຫຍ່​ສອນ​ວິ​ຊາ​ຊີບ(ກະ​ຊວງ​ແຮງ​ງານ​ສະ​ຫວັດ​ດີ​ການ​ສັງ​ຄົມ) ຈັດການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ສ້າງ ແລະ ປະ​ຕິ​ບັດ​ກອບ​ລະ​ດັບ​ຄວາມ​ຮູ​້​ແຫ່ງ​ຊາດ​ຫວຽດ​ນາມ. ນັບ​ແຕ່​ເດືອນ 10/2016, ລັດ​ຖະ​ບານ​ໄດ້​ເຊັນ​ອະ​ນຸ​ມັດ​ກອບ​ລະ​ດັບ​ຄວາມ​ຮູ​້​ແຫ່ງ​ຊາດ​ຫວຽດ​ນາມ ລວມ​ມີ 8 ຂັ້ນ, ລະ​ດັບ​ສູງ​ສຸດ​ແມ່ນ​ປະ​ລິນ​ຍາ​ເອກ, ແຕ່​ລະ​ຂັ້ນ​ຂອງ ກອບ​ລະ​ດັບ​ຄວາມ​ຮູ​້​ແຫ່ງ​ຊາດ​ນີ້ ກໍ​ລ້ວນ​ແຕ່​ມີ​ການ​ກຳ​ນົດ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ລະ​ດັບ​ຄວາມ​ຮູ້, ທັກ​ສະ​ທີ່​ຜູ້​ຮຽນ​ຕ້ອງ​ບັນ​ລຸ​ໄດ້ ແລະ ແທດ​ເໝາະ​ກັບ​ກອບ​ສົມ​ທຽບ​ລະ​ດັບ​ຄວາມ​ຮູ້​ອາ​ຊຽນ. ບົນ​ພື້ນ​ຖານ ກອບ​ລະ​ດັບ​ຄວາມ​ຮູ​້​ແຫ່ງ​ຊາດ​ນີ້, ບັນ​ດາ​ໂຮງ​ຮຽນ ກໍ​ຕ້ອງ​ສ້າງ​ມາດ​ຖານ​ສົ້ນ​ອອກ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ.
ຂ່າວ/ບົດ​ອື່ນ