ການໂອ້ລົມສົນທະນາກ່ຽວກັບຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ - ລາວ

ການໂອ້ລົມສົນທະນາກ່ຽວກັບຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ - ລາວ - ảnh 1
(ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບຮ່ວມ​ມື​
ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ - ລາວ)


(vovworld) – ທີ່​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ແຂວງ​​ເຂດໄຕ​ງວຽນ - ​ເຂດຕອນ​ໃຕ້​ພາກ​ກາງຫວຽດນາມ ກັບ​ບັນດາ​ແຂວງ​ພາກ​ກາງ - ພາກໃຕ້​​ລາວ ຄັ້ງ​ທີ 2, ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 02/11, ​ໂດຍ​ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ເປັນ​ປະທານ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ​ ດ້ວຍ​ທ່າ​ແຮງດ້ານ​ພູມ​ສາດ, ການ​ພົວພັນ​ທີ່​ສະໜິດ​ແໜ້ນລະຫວ່າງປະຊາຊົນ 2 ປະ​ເທດ, ນັ້ນ​ແມ່ນ​ຄວາມ​ສະດວກ​ເປັນ​ພື້ນຖານ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ຍູ້​ແຮງ​ການ​ລົງທຶນ​ການ​ຄ້າ​ 2 ສົ້ນ ​ແລະ ການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ ​ແລະ ວິ​ສາ​ສະ​ກິດຂອງ 2 ປະ​ເທດ ສືບ​ຕໍ່​ຍູ້​ແຮງ​​ເລື່ອງ​ສຳ​ເລັດ​ບັນດາ​ສັນຍາ​ກ່ຽວ​ຂ້ອງ​ເຖິງ​ການ​ຄ້າ, ການ​ລົງທຶນ, ສ້າງ​ກົນ​ໄກ, ນະ​​ໂຍບາຍ​ທີ່​ສົມ​ເຫດ​ສົມ​ຜົນ, ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ.

        “ພາຍ​ຫຼັງກອງ​ປະຊຸມຄັ້ງ​ນີ້, ບັນດາ​ກະຊວງ​, ນັກ​ລົງທຶນລະຫວ່າງ 2 ປະ​ເທດ, ຕ້ອງ​ສຸມ​ແຫຼ່ງກຳລັງ​ ​ເພື່ອ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ​ທີ່​ໄດ້​ຮັບອະນຸຍາດ, ຮັບປະກັນ​ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ແລ້ວ, ປະຕິບັດ​ຕາມກົດໝາຍ​ຂອງ​ລາວ ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ຍົກ​ສູງ​ໜ້າ​ທີ່​ຮັບຜິດຊອບ​ສັງຄົມ​ສຳລັບ​ປະຊາ​ຄົມ, ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ… ອຳນາດ​ການ​ປົກຄອງ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ ​ແລະ ລາວ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນຂ່າວສານ, ຫັນ​ຮູບ​ແບບ​ຮ່ວມມື​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ຢ່າງ​ແຮງ”.

ຂ່າວ/ບົດ​ອື່ນ