ການໂອ້ລົມສົນທະນາ“ບາງບັນຫາກ່ຽວກັບການພັດທະນາເສດຖະກິດ-ສັງຄົມໄລຍະ5ປີ2016-2020”

ການໂອ້ລົມສົນທະນາ“ບາງບັນຫາກ່ຽວກັບການພັດທະນາເສດຖະກິດ-ສັງຄົມໄລຍະ5ປີ2016-2020” - ảnh 1
ຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຮ້ວ ເປັນປະທານການໂອ້ລົມສົນທະນາ
(ພາບ: dantri.com.vn)

(vovworld) – ທີ່​ການ​ໂອ້​ລົ​ມສົນທະນາ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/9, ຢູ່​ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ການບັນ​ລະ​ຍາຍຂອງ 3 ກຸ່ມ​ຄົ້ນ​ຄ້ວາ​ເອກະລາດ​ກ່ຽວຂ້ອງ​ເຖິງ 2 ບັນຫາ: ທີ່​ໜຶ່ງ​ແມ່ນ, ຕີ​ລາຄາ, ຄາດ​ຄະ​ເນ​ເສດຖະກິດ​ໂລກ, ​ເສດຖະກິດ​ພາກ​ພື້ນ ​ແລະ ຜົນ​ສະທ້ອນ​ເຖິງ ຫວຽດນາມ ​ໄລຍະ 2016 – 2020. ທີ່​ສອງ​ແມ່ນ​ສະ​ເໜີ​​ແຜນການ​ເຕີບ​ໂຕ ​ແລະ ມາດ​ຕະການ​ຕົ້ນຕໍ​ເພື່ອ​ປະຕິບັດ​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ​ໄລ​ຍະ 2016 – 2020. ບັນ​ດາ​ຜູ້ຊ່ຽວຊານ, ນັກຮຽນ​ຮູ້​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ຕີ​ລາຄາ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ເຕີບ​ໂຕ, ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ລະອຽດ​ຄື: ​ປະຕິບັດສຳ​ເລັດ​ລະບອບ​ເສດຖະກິດ​ກຳນົດ​ທິດ​ສັງຄົມ​ນິຍົມ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ.​... ​ເມື່ອ​ຕີ​ລາຄາ​ບັນດາ​ບົດ​ລາຍ​ງານ​ທີ່​ສະ​ເໜີ​ທີ່​ການ​ໂອ້​ລົມ​ສົນທະນາ, ນັກ​ຊ່ຽວຊານ​ຫຼາຍ​ທ່ານ​ຖື​ວ່າ: ບັນດາ​ບົດ​ລາຍ​ງານ​ຂອງ​ບັນດາ​ກຸ່ມນັກ​ຄົ້ນ​ຄ້ວາ​ເອກະລາດ​ຍົກ​ອອກ​ມາ​ທີ່​ການ​ໂອ້​ລົມ​ສົນທະນາ ມີ​ຫຼາຍ​ການ​ຄົ້ນຄ້ວນມີ​ຄຸນຄ່າ, ມີ​ຄວາມ​ໝາຍ​ສຳຄັນ, ສະໜອງບັນດາ​ຫຼັກ​ຖານ​ເພື່ອ​ສ້າງ​ແຜ​ນການ​ເຕີບ​ໂຕ​ 2016 – 2020 ມີ​ປະສິດທິ​ຜົນ, ສະໜິດ​ຕິດ​ພັນ​ກັບ​ສະພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ສ້າງ​ເອກ​ະສານ​ກອງ​ປະຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກກອມ​ມູນິດ ຫວຽດນາມ.

ຂ່າວ/ບົດ​ອື່ນ