ການໂອ້ລົມສົນທະນາປະຊາຄົມເສດຖະກິດອາຊຽນ

ການໂອ້ລົມສົນທະນາປະຊາຄົມເສດຖະກິດອາຊຽນ - ảnh 1
(ພາບປະກອບ:youtube.com)

(vovworld) – ​ເພື່ອ​ກະກຽມ​ໃຫ້​ກອງ​ປະ​ຊຸມ​ອະພິປາຍ ກ່ຽວ​ກັບ​ວິວັດທະນາ​ກາ​ນສ້າງ​ປະ​ຊາ​ຄົມ​ອາ​ຊຽນ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 18/8/2015. ວັນ​ທີ 16/6,  ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ ກ່ຽວ​ກັບ​ປະຊາ​ຄົມ​​ເສດຖະກິດ ອາ​ຊຽນ (AEC). ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ໂອ້​ລົມ​ສົນທະນາທີ່​ກ່ຽວຂ້ອງ​ເຖິງ 3 ​ເສົາ​ຄ້ຳ​ຂອງ​ ອາ​ຊຽນ ລວມມີ: ປະຊາ​ຄົມ​ການ​ເມືອງ-​ຄວາມ​ໝັ້ນຄົງ, ປະຊາ​ຄົມ​ເສດຖະກິດ ​ແລະ ປະຊາ​ຄົມ​ວັດທະນະທຳ-​ສັງຄົມ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ເກີ​ມຕູ໋, ​ ຊີ້​ແຈ້ງ 4 ​ເປົ້າໝາຍ​ຂອງ AEC, ​ໃນ​ນັ້ນ​ມີ​​ເປົ້າໝາຍ​ນຳ ອາ​ຊຽນ ກາຍ​ເປັນ​ຮາກ​ຖານ​ການຜະລິດ ​ແລະ ​ຕະຫຼາດ​ລວມ; ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ເສດຖະກິດ​ພາກ​ພື້ນ ​ແລະ ນຳ​ເສດຖະກິດ ອາຊຽນ​ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ທົ່ວ​ໂລກ​ຢ່າງ​ຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງ, ກ້ວາງ​ຂວາງ. ກ່ຽວ​ກັບ​ການ​ກະກຽມ​ຂອງ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ AEC, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​ເກີ​ມຕູ໋ ​ເນັ້ນ​ໜັກ​ວ່າ: ຜ່ານ​ບັນດາ​ໄລຍະ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ ຫວຽດນາມ ກໍ​ແມ່ນ​ສະມາຊິກ​ ​ປະຕິບັດ​ຢ່າງ​​ເຂັ້ມ​ງວດສຳລັບບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ຊຽນ. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ສະມາຊິກ​ເນັ້ນ​ໜັກ​ວ່າ: ການ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ຈັດ​ຕັ້ງ, ​ເພີ່ມ​ທະວີ​ວຽກ​ງານ​ສື່ສານ, ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ​ສຳ​ລັບ​​ເປົ້າໝາຍ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ; ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສ້າງ AEC ຢ່າງ​ເຂັ້ມ​ງວດ;  ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ເພີ່ມ​ທະວີການ​ເຊື່ອມ​ຕໍ່ ອາ​ຊຽນ; ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ສຸມ​ໃສ່​​ຂົງ​ເຂດ​ຫັນ​ການ​ຄ້າ​ເປັນ​ສະດວກ.

ຂ່າວ/ບົດ​ອື່ນ