ການໃຊ້ຄວາມຮຸນແຮງ ເພີ່ມຂຶ້ນຢູ່ລີບີ ເຮັດໃຫ້ ຫຼາຍຄົນຖືກບາດເຈັບ ແລະ ເສຍຊີວິດ

ການໃຊ້ຄວາມຮຸນແຮງ ເພີ່ມຂຶ້ນຢູ່ລີບີ ເຮັດໃຫ້ ຫຼາຍຄົນຖືກບາດເຈັບ ແລະ ເສຍຊີວິດ - ảnh 1
(ພາບປະກອບ: AFP)

(vovworld) –  ການ​ໃຊ້​ຄວມຮຸນ​ແຮງ​ສືບ​ຕໍ່​​ເກີດ​ຂຶ້ນລີ​ບີ ​ໃນ​ຂະນະ​ທີ່​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ຊຸດ​​ແມ່ນ 38 ຄົນ ​​ໃນ​​ການ​ປະ​ທະ​ກັນ​​ລະຫວ່າງ​ກຳລັງ​ພິ​ເສດ​ລີ​ບີ ກັບພວກກະບົດ ມຸດ​ສລິ​ມ ຢູ່​ນະຄອນ Benghazi, ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້. ບັນດາ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ເກີດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 26/07 ​ແລະ ຕອນ​ເຊົ້າ​ວັນ​ທີ 27/07 ພາຍຫຼັງ​ທີ່​ບັນດາ​​ກຸ່ມ​​ກະບົດມຸດ​ສລິ​ມ ບຸກ​ໂຈມ​ຕີ​ສຳນັກບັນຊາ​ຂອງ​ກົມກອງ​ປະຕິບັດ​ໜ້າ​ທີ່​ພິ​ເສດລີ​ບີ, ​ໃກ້​ກັບ​ໃຈກາງ​ນະຄອນ Benghazi. ຜູ້​ເສຍ​ຊີວິດ​​ໃນ​ການ​ປະ​ທະ​ກັນ​ຄັ້ງ​ນີ້ສ່ວນ​ຫຼາຍ​ແມ່ນ​ສາມັນ​ຊົນ ​ແລະ ​ທະຫານລັດຖະບານ. ​ໃນ​ຂະນະ​ນັ້ນ, ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ກຸ່ມ​ຊາວ​ມຸດ​ສລິ​ມປະກອບ​ອາ​ວຸດ ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ສະໜາມ​ບິນ​ຢູ່​ນະຄອນຫຼວງ Tripoli. ມີ​ລູກ​ຈະ​ຫຼວດລູກ​ໜຶ່ງ ​ໄດ້ຍິງຕົກ​ໃສ່​ເຮືອນ​ຂອງ​ຊາ​ມັນ​ຊົນ, ​ເຮັດ​​ໃຫ້ 23 ຄົນ​ເສຍ​ຊີ​ວິດ. ຜູ້​ເສຍ​ຊີວິດສ່ວນ​ຫຼາຍ​ແມ່ນ​ກຳມະກອນ​ອີ​ຍີບ.

ຂ່າວ/ບົດ​ອື່ນ