ກໍາປັ່ນກອງທັບເຮືອສະຫະພັນລັດເຊຍຢ້ຽມຢາມມິດຕະພາບນະຄອນດ່າໜັ້ງ

ກໍາປັ່ນກອງທັບເຮືອສະຫະພັນລັດເຊຍຢ້ຽມຢາມມິດຕະພາບນະຄອນດ່າໜັ້ງ - ảnh 1
ກອງກໍາ​ປ​ັ່ນສັງ​ກັດ​ກອງ​ເຮືອ​​ປາຊີ​ຟິກກອງທັບ​ເຮືອ​ສະຫະພັນ​ລັດ​ເຊຍ
ໄດ້​ເຂົ້າ​ທຽບ​ທ່າກຳ​ປັ່ນ ຕຽນ​ຊາ
(ພາບ: qdnd.vn)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 31/07, ກອງກໍາ​ປ​ັ່ນສັງ​ກັດ​ກອງ​ເຮືອ​​ປາຊີ​ຟິກ ຂອງກອງທັບ​ເຮືອ​ສະຫະພັນ​ລັດ​ເຊຍ ລວມມີ 3 ລຳ​ແມ່ນ: ກໍາ​ປັ່ນ​ຕ້ານ​ເຮືອ​ດຳ​ນ້ຳ, ກໍາ​ປັ່ນ​ຂົນ​ສົ່ງ​ນ້ຳມັນ ​ແລະ ກໍາ​ປັ່ນ​ກູ້​ຊ່ວຍ - ລາກ​ແກ່ ​ໄດ້​ເຂົ້າ​ທຽບ​ທ່າກຳ​ປັ່ນ ຕຽນ​ຊາ, ​ເລີ່​ມຕົ້ນ​ການ​ຢ້ຽມຢາ​​ມມິດຕະພາບ​ນະຄອນ​ດ່າ​ໜັ້ງ ​ໃນ​ລະຫວ່າງ​ວັນ​ທີ 31/07 – 02/08. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂ​ອງກອງ​ກໍາ​ປັ່ນ​ສະຫະພັນ​ລັດ​ເຊຍ ​ແມ່ນ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ຊາດ 2 ຝ່າຍ​ລະ​ຫວ່າງ​ກອງທັບ 2 ປະ​ເທດ​ເວົ້າ​ລວມ ​ແລະ ການ​ຮ່ວມ​ມື​ລະຫວ່າງກອງທັບ​ເຮືອ 2 ປະ​ເທດ​ເວົ້າ​ສະ​ເພາະ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ມິດຕະພາບ​ດ່າ​ໜັ້ງ, ຄະນະນາ​ຍທະຫານ, ລູກ​ເຮື​ອ ​ໂດຍພັນ​ເອກ​ກອງທັບ​ເຮືອ Potapov Aleksandr Valerevich, ຜູ້​ບັນຊາ​ການ​ກອງ​ກໍາ​ປັ່ນ ຈະ​ໄປ​ວາງ​ພວງ​ມາລາ​ຢູ່​​ເຂດອະນຸ​ສາ​ວະລີ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ເສຍສະ​ຫຼະຊີວິດ​ເພື່ອ​ຊາດນະຄອນ​ດ່າ​ໜັ້ງ, ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ດ່າ​ໜັ້ງ ​ແລະ ຢ້ຽມຢາມບັນດາ​​ແຂວງ​ໃກ້​ຄຽງ.

ຂ່າວ/ບົດ​ອື່ນ