ກາລະໂອກາດ ແລະ ສິ່ງທ້າທາຍສຳລັບພື້ນຖານເສດຖະກິດຫວຽດນາມເມື່ອເຂົ້າຮ່ວມສັນຍາການຄ້າເສລີລຸ້ນໃໝ່

(VOVWORLD) -ຕອນເຊົ້າວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ຈັດຕັ້ງເວທີປາໄສວິທະຍາສາດ “ ກາລະໂອກາດ ແລະ ສິ່ງທ້າທາຍສຳລັບພື້ນຖານເສດຖະກິດຫວຽດນາມ ເມື່ອເຂົ້າຮ່ວມສັນຍາການຄ້າເສລີລຸ້ນໃໝ່ ”.
ກາລະໂອກາດ ແລະ ສິ່ງທ້າທາຍສຳລັບພື້ນຖານເສດຖະກິດຫວຽດນາມເມື່ອເຂົ້າຮ່ວມສັນຍາການຄ້າເສລີລຸ້ນໃໝ່ - ảnh 1(ພາບປະກອບອີນເຕີແນັດ)

ນີ້ແມ່ນໂອກາດເພື່ອໃຫ້ນັກວິທະຍາສາດ, ບັນດາຊ່ຽວຊານກ່ຽວກັບຂົງເຂດເສດຖະກິດປຶກສາຫາລື ແລະ ຍົກອອກບັນດາຂໍ້ສະເໜີແນະ, ມາດຕະການ ເພື່ອໃຫ້ພື້ນຖານເສດຖະກິດຫວຽດນາມ ເຊື່ອມໂຍງເຂົ້າກັບບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ສຳເລັດຜົນ. ທີ່ເວທີປາໄສ, ມີ 5 ບົດປະກອບຄຳເຫັນກ່ຽວຂ້ອງຕົ້ນຕໍເຖິງບັນຫາການປະຕິບັດ FTA ລຸ້ນໃໝ່ ນຳມາເຊິ່ງກາລະໂອກາດ ແລະ ສິ່ງທ້າທາຍຫຍັງແດ່ ເພື່ອໃຫ້ພື້ນຖານເສດຖະກິດຫວຽດນາມພັດທະນາ. ໃນນັ້ນ, ໄດ້ເຕື້ອງເຖິງທິດທາງສຳຜັດຂອງຫວຽດນາມໃນສະພາບການໃໝ່ ແລະ ກະທົບເຖິງການພັດທະນາ ແລະ ວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ; ກາລະໂອກາດ ແລະ ສິ່ງທ້າທາຍສຳລັບພື້ນຖານເສດຖະກິດຫວຽດນາມ ເມື່ອປະຕິບັດບັນດາ FTA ລຸ້ນໃໝ່; ບັນດາມາດຕະການສະເໜີແນະເພື່ອໃຫ້ ຫວຽດນາມ ເຊື່ອມໂຍງບັນດາ FTA ລຸ້ນໃໝ່ສຳເລັດຜົນ. ບັນດານັກຊ່ຽວຊານ, ນັກວິທະຍາສາດ ກໍ່ໄດ້ຊີ້ແຈ້ງບັນດາກາລະໂອກາດ ເພື່ອໃຫ້ຫວຽດນາມໄດ້ສຳຜັດ ແລະ ຖອດຖອນບົດຮຽນກ່ຽວກັບປະສົບການຈັດຕັ້ງການຄຸ້ມຄອງພື້ນຖານເສດຖະກິດ, ຄຸ້ມຄອງປະເທດຊາດ, ບັນດາວິສາຫະກິດຕາມທິດທັນສະໄໝ, ພ້ອມທັງແຊກຊຶມເຂົ້າຫຼາຍຕະຫຼາດທີ່ແຕກຕ່າງກັນໃນໂລກດ້ວຍລະດັບສູງກວ່າ, ເລິກກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ