ກາລະໂອກາດ,ສິ່ງທ້າທາຍແລະແງ່ຫວັງໃນການພົວພັນຫວຽດນາມ-ຈີນ

ກາລະໂອກາດ,ສິ່ງທ້າທາຍແລະແງ່ຫວັງໃນການພົວພັນຫວຽດນາມ-ຈີນ - ảnh 1
ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ຈີນ ດຳ​ເນີນ​ການ​ລາດ​ຕາ​ເວນ
(ພາບ: Trọng Đức/TTXVN)

(vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​​ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ຈີນ ​ເປັນ​ປົກ​ກະ​ຕິ, ວັນ​ທີ 25/10, ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ການ​ພົວ​ພັນ ຫວຽດ​ນາມ - ຈີນ: ສະ​ພາ​ບ​ຕົວ​ຈິງ ແລະ ບັນ​ດາ​ບັນ​ຫາ​ໄດ້​ວາງ​ອອກ”. ບັນ​ດາ​ບົດ​​ປະ​ກອບ​ຄວາມ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ເຕື້ອງ​ເຖິງຫຼາຍ​​ບັນ​ຫາໃນ​ການ​ພົວ​ພັນ ຫວຽດ​ນາມ - ຈີນ, ຕີ​ລາ​ຄາ​ສະ​ພາບ​ຕົວ​ຈິງ​ໃນ​ການ​ພົວ​ພັນ 2 ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ ແລະ ບັນ​ດາ​ປັດ​ໄຈ​​ກະ​ທົບ, ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ ແລະ ແງ່​ຫວັງ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ບັນ​ດາ​ບົດ​​ປະ​ກອບ​ຄວາມ​ເຫັນ​ໄດ້​ສຸມ​ໃສ່​ຄາດ​ຄະ​ເນຫຼາຍ​ທິດ​ທາງ​ນະ​ໂຍ​ບາຍ​ຂອງ ຈີນ ສຳ​ລັບ​ຫວຽດ​ນາມ ແລະ ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ຈີນ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົນ​ພື້ນ​ຖານນັ້ນ, ບັນ​ດາ​ຜູ້​ແທນ​ໄດ້​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ຈີນ ຢ່າງ​ເໝາ​ະ​ສົມ …


ຂ່າວ/ບົດ​ອື່ນ