ກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ - ສິງກະໂປ ໃນສະພາບການໃໝ່

ກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ - ສິງກະໂປ ໃນສະພາບການໃໝ່ - ảnh 1
​ທ່ານ ຫງວຽນ​ຕ໋ຽນມີ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ສິງກະ​ໂປ

(vovworld) - ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 21 – 24/03/2017 ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ, ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ສິງກະ​ໂປ ມີ​ການ​ແລກປ່ຽນ​ກັບ​ທ່ານ ຫງວຽນ​ຕ໋ຽນມີ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ສິງກະ​ໂປ ກ່ຽວ​ກັບ​ເນື້ອ​ໃນ​ການ​ຢ້ຽມຢາມກໍ່​ຄື​ແງ່​ຫວັງ​ການຮ່ວມ​ມື​ລະຫວ່າງ​ 2 ປະ​ເທດ​ໃນ​ສະພາບ​ການ​ໃໝ່. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຕ໋ຽນມີ​ງ ​ແລ້ວ ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ​ໃນ​ຊຸມປີ​ຜ່ານ​ມາ ​ໄດ້​ພັດທະນາ​ຢ່າງ​ດີ​ງາມ​ທີ່​ສຸດ. ການ​ພົວພັນ​ດ້ານ​ການ​ຄ້າ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ປະມານ 14 ຕື້ USD ​ແລະ ສິງກະ​ໂປ ​ພວມແມ່ນ​ລູກ​ຄ້າ​ໃຫຍ່​ອັນ​ດັບ​ທີ 6 ຂອງ ຫວຽດນາມ ​ໃນ​ການ​ແລກປ່ຽນ​ຄ້າ​ຂາຍ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ ​ແລະ ​ເປັນ​ລູກ​ຄ້າ​ໃຫຍ່​ອັນ​ດ​ັບທີ 2 ​ໃນ​ອາ​ຊຽນ. ກົງກັນຂ້າມ, ຫວຽດນາມ ກໍ່​ແມ່ນ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ​ໃຫຍ່​ດັນ​ດັບ​ທີ 12 ຂອງ ສິງກະ​ໂປ. ຄຽງ​ຂ້າງ​ນັ້ນ ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ​ກໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ. ປະຈຸ​ບັນ ສິງກະ​ໂປ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ​ທີ 3 ຢູ່ ຫວຽດນາມ, ຖັດຈາກ ຍີ່​ປຸນ ​ແລະ ສ.​ເກົາຫຼີ​ ດ້ວຍ​ຍອດ​​ຈຳນວນ​ທຶນຂຶ້ນ​ເຖິງ 40 ຕື້ USD. ຕາມ​ການ​ສັງ​ເກດ​ຂອງ​ບັນດາ​ນັກຮຽນ​ຮູ້​ກໍ່​ຄື​ນັກ​ຊ່ຽວຊານ​ເສດຖະກິດ​ຢູ່ ສິງກະ​ໂປ ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​​ແມ່ນ​ປະ​ເທດ​​ພັດທະນາ​ຢ່າງ​ແຮງ​ໃນ​ພາກ​ພື້ນ. ​ເພາະສະ​ນັ້ນ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຕ໋ຽນມີ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​​ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຈະ​ສ້າງ​ພື້ນຖານ ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ກ່ວາ​ອີກ, ບັນດາ​ການ​ນຳ 2 ຝ່າຍ​ຈະ​ພ້ອມ​ກັນ​ແລກປ່ຽນ ​ເພື່ອ​ຊອກ​ຫາ​ບັນດາ​ຮູບ​ການ​ລົງທຶນ​ໃໝ່, ກາລະ​ໂອກາ​ດຮ່ວມ​ມື​ໃໝ່​ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ພັດ​ທະນາ​ຂອງ​ທັງ 2 ປະ​ເທດ ພ້ອມ​ທັງ​ເໝາະ​ສົມ​ກັບ​ທ່າ​ອ່ຽງ​ພັດທະນາ​​ໃໝ່ຂອງ​ໂລກ​ໃນ​ໄລຍະ​ຫັນ​ເປັນ​ໂລກາ​ພິວັດ ​ແລະ ດີ​ຈິ​ຕອນ​ໃນ​ປະຈຸ​ບັນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ