ກຳນົດຈຸດເວລາດຳເນີນກອງປະຊຸມຂັ້ນສູງອາເມລິກາ-ອາຊຽນ

ກຳນົດຈຸດເວລາດຳເນີນກອງປະຊຸມຂັ້ນສູງອາເມລິກາ-ອາຊຽນ - ảnh 1
(ພາບປະກອບ)

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 15 – 16/01/2016, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຈະ​ຕ້ອນຮັບ​ບັນດາ​ການ​ນຳ​ຂອງສະມາຄົມ​​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່ Rancho Mirage, ລັດ ກາລີ​ຟໍ​ເນຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ເມ​ລິ​ກາ - ອາ​ຊຽນ.

        ​ໃນ​ຖະ​ແຫຼ​ງການ​ວັນ​ທີ 30/12 ຂອງ​ທຳນຽບຂາວ​ໃຫ້​ຮູ້​ວ່າ: ​ເຫດການ​ນີ້​ແມ່ນ “ບໍ່​ເຄີຍ​ມີ​ມາ​ກ່ອນ”. ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ຕີ​ລາຄາ​ວ່າ ເຫດການ​ດັ່ງ​ກ່າວ ຈະ​ປະກອບສ່ວນ​ຊຸກຍູ້​ນະ​ໂຍບາຍ​ການທູດ “ສ້າງ​ຄວາມ​ດຸ່ນດ່ຽງ​ຄືນ​ໃໝ່” ຂອງ​ອາ​ເມ​ລິ​ກາ ມຸ່ງ​ໄປ​ເຖິງ ອາຊີກ່ວາ​ອີກ. ຖະ​ແຫຼ​ງການ​ຊີ​້ແຈ້ງວ່າ: “ກອງ​ປະຊຸມ​ຂັ້ນ​ສູງ​ນີ້ ຈະ​ສ້າງ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ການ​ນຳ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ເມ​ລິ​ກາ - ອາ​ຊຽນ, ​ເຊິ່ງ​ໄດ້​ຍົກ​ອອກ​ໃນ​ເດືອນ 11/2015 ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ (ມາ​ເລ​ເຊຍ), ກ່ຽວ​ກັບ​ບັນດາ​ບັນຫາ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ​ເສດຖະກິດ”.

 

ຂ່າວ/ບົດ​ອື່ນ