ກຳນົດທິດວຽກງານຖະແຫຼງຂ່າວການຕ່າງປະເທດໃຫ້ແກ່ອົງການສື່ມວນຊົນ

ກຳນົດທິດວຽກງານຖະແຫຼງຂ່າວການຕ່າງປະເທດໃຫ້ແກ່ອົງການສື່ມວນຊົນ - ảnh 1
ກອງ​ປະ​ຊຸມ​ຝຶກ​ອົບ​ຮົມກ່ຽວ​ກັບ​ວຽກ​ງານ​ ຖະ​ແຫຼງ​ຂ່າວ
ພາບ:baoninhbinh.org.vn

(vovworld)- ​​ວຽກ​ງານ​ ຖະ​ແຫຼງ​ຂ່າວ ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄວນ​ສືບ​ຕໍ່​ໂຄ​ສະ​ນາ​ເຜີຍ​ແຜ່ ບັນ​ດາ​ຜົນ​ງານ​ຂອງ​​ພາ​ລະ​ກິດປ່ຽນ​ໃໝ່ ແລະ ເຊື​່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ; ເພີ່ມ​ທະ​ວີ​​ການໂຄ​ສະ​ນາ​ຍົກ​ສູງ​​ພາບ​ພົດ ແລະ ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ​​ໃນ​ເວ​ທີ​ສາ​ກົນ. ນັ້ນ​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ການ​ນຳ​ຄະ​ນະ​ໂຄ​ສະ​ນາ​​ສຶກ​ສາສູນ​ກາງ​ ຢູ່ກອງ​ປະ​ຊຸມ​ຝຶກ​ອົບ​ຮົມກ່ຽວ​ກັບ​ວຽກ​ງານ​ ຖະ​ແຫຼງ​ຂ່າວ ການ​ຕ່າງ​ປະ​ເທດ​ໃຫ້​​ແກ່​ຖັນ​ແຖວ ​ນັກ​ຂ່າວ, ບັນ​ນາ​ທິ​ການ, ໂຄ​ສົກ​ ຢູ່ເຂດ​ພາກ​ກາງ-ໄຕ​ຫງວຽນ ໄດ້​ຈັດ​ຂຶ້ນ ວັນ​ທີ 27/10 ທີ່​ນະ​ຄອນ​ດາ​ນັງ. ທ່ານ ຟ້າມ​ວັນ​ລິງ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ ວຽກ​ງານ​ ຖະ​ແຫຼງ​ຂ່າວ ​ການ​ຕ່າງ​ປະ​ເທດ​, ໃຫ້​ຮູ​້​ວ່າ :

ວຽກ​ງານ​ສະ​ໜອງ​ຄວາມ​ຮູ້​​ຂໍ້​ມູນຂ່າວ​ສານ​ໃຫ້​ແກ່​ນັກ​ຂ່າວ, ບັນ​ນາ​ທິ​ການ​ກຳ​ໄດ້​ຂໍ້​ມູນ​ຂ່າວ​ສານ​ທີ່​ຈຳ​ເປັນ ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ ນັ້ນ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້. ບັນ​ດ​າຄວາມ​ຮູ້​ກ່ຽວ​ກັບ​ອະ​ທິ​ປະ​ໄຕ ທັດ​ສະ​ນະ ກົດ​ໝາຍ ແລະ ການ​ຕໍ່​ສູ້, ປະ​ຕິ​ເສດ ບັນ​ດາ​​ທັດ​ສະ​ນະ​ທີ່​ຜິດ​​ພາດເປັນ​ປໍ​ລະ​ປັກແມ່ນ​ເນື້ອ​ໃນ​ໄດ້​ຮັບ​ການ​ກະ​ກຽ​ມ​ລອບ​ຄອບ​ທີ່​ຖ້ວນ

ຂ່າວ/ບົດ​ອື່ນ