ກ່ຳປັ່ນກອງທັບເຮືອອິນເດຍຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການ

ກ່ຳປັ່ນກອງທັບເຮືອອິນເດຍຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການ - ảnh 1
ການນຳກອງທັບເຮືອ ຫວຽດນາມ ແລະ ອິນເດຍ
ຖ່າຍຮູບເປັນທີ່ລະນຶກ
(ພາບ: TTXVN)

(vovworld) - ວັນ​ທີ 30/05, ກ່ຳປັ່ນ​ກອງທັບ​ເຮືອ ອິນ​ເດຍ​ 2 ລຳ​ແມ່ນ INS SATPURA ​ແລະ  INS KIRCH ພ້ອມ​ກັບ​ຄະນະ​ທະຫານ​ເຮືອ 80 ຄົນ ​ແລະ ນັກຮົບ​ເຮືອ 580 ຄົນ ​ໂດຍ​ພົນ​ເຮືອ​ຕີ Soonil V Bhokare ຜູ້​ບັນຊາກອງ​ເຮືອ​ຮົບ​ພາກ​ຕາ​ເວັນ​ອອກ, ກອງ​ບັນຊາ​ການ​ກອງທັບ​ເຮືອ ອິນ​ເດຍ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​​ເຂົ້າ​ທຽບ​ທ່າກຳ່​ປັ່ນ​ສາກົນ ກາມ​​ແຣງ ​ແຂວງ​ແຄ໋ງຮ່ວາ ​ເລີ່​ມຕົ້ນ​ການ​ຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 5 ວັນ. ​ພົນ​ເຮືອ​ຕີ Soonil V Bhokare ​ໃຫ້​ຮູ້​ວ່າ: ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ກຸ່ມ​ບັນ​ຊາກ​ານ ກຳປັ່ນ ອິນ​ເດຍ ຈະ​ເຂົ້າ​ຢ້ຽມ​ຂ່ຳ​ນັບການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ. ກອງ​ບັນຊາ​ການ​ ກອງທັບ​ເຮືອ ເຂດ 4 ຫວຽດນາມ, ​ໄປ​ຢ້ຽມຢາມ​ວິທະຍາຄານ​ກອງທັບ​ເຮືອ ຫວຽດນາມ ຢູ່​ນະຄອນ ຍາ​ຈາງ. ຝ່າຍ ອິນ​ເດຍ ກໍ່​ໄດ້​​ເຊື້ອ​ເຊີນ​ຜູ້ຕາງ​ໜ້າ​ຝ່າຍ ຫວຽດນາມ ຂື້ນ​ຢ້ຽມຢາມ​ກຳ່​ປັ່ນ ​ແລະ ສົມ​ທົບ​ກັບ​ກອງທັບ​ເຮືອ​ເຂດ 4 ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ກິລານຳ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ